(vovworld) - ສຳນັກຂ່າວສານ SANA ຂອງຊີຣີ ໃຫ້ຮູ້ວ່າ ກຳລັງລັດຖະບານຊີຣີ ໄດ້ຟື້ນຟູຄວາມສະຫງົບໃຫ້ແກ່ 13 ເທດສະບານເມືອງເຂດຊານນະຄອນທາງທິດເໜືອນະຄອນ Hama. ມີມືປືນນັບ 10 ຄົນ ສັງກັດແນວໂຮມ Al Nusra ຝ່າຍຄ້ານໄດ້ຖືກດັບສູນ, ກອງທັບໄດ້ທຳລາຍປືນກົນ ແລະ ລົດຂົນສົ່ງຈຳນວນໜຶ່ງຢູ່ບັນດາເທດສະບານເມືອງ Al Nusra, Al Lala, Al Rabi’a ແລະ Al Rahyeh. ບັນດາກຳລັງຂອງລັດຖະບານ ພວມດຳເນີນການເຄື່ອນໄຫວຕ່າງໆເພື່ອຕ້ານແນວໂຮມ Al Nusra ຢູ່ບັນດາເທດສະບານເມືອງອື່ນໆ. ຮາກຖານ 2 ແຫ່ງຂອງແນວໂຮມ Al Nusra ຖືກທຳລາຍຢູ່ເຂດຊົນນະບົດທາງທິດຕາເວັນອອກສຽງເໜືອ ຂອງ Hama.