(vovworld) – ວັນທີ 24/6, ອຳນາດການປົກຄອງຂອງປະທານາທິບໍດີ ຊີຣີ Bashar al Assad ໄດ້ຮັບຮູ້ເລື່ອງປະກອບອາວຸດໃຫ້ແກ່ກຳລັງຝ່າຍຄ້ານຢູ່ ຊີຣີ ຈະເຮັດໃຫ້ການປະທະກັນທີ່ແກ່ຍາວກ່ວາ 2 ປີຜ່ານມາຢູ່ປະເທດຕາເວັນອອກກາງນີ້ຮ້າຍແຮງກ່ວາອີກ. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ນະຄອນຫຼວງ ດາມາກຸດ ພາຍຫຼັງກອງປະຊຸມ “ບັນດາເພື່ອນມິດຂອງ ຊີຣີ” ໄດ້ຕົກລົງຈະເພີ່ມທະວີການໜູນຊ່ວຍໃຫ້ແກ່ກຳລັງຝ່າຍຄ້ານ, ທ່ານລັດຖະມົນຕີການຕ່າງປະເທດ ຊີຣີ Walid Muallem ຖືວ່າ: ເລື່ອງປະກອບອາວຸດໃຫ້ແກ່ຝ່າຍຄ້ານ ຊີຣີ ຈະກີດຂວາງກອງປະຊຸມສາກົນກ່ຽວກັບ ຊີຣີ ຢູ່ ເຊີແນວ, ປະເທດ ສະວິດ. ການກະທຳນີ້ຈະແກ່ຍາວການປະທະກັນ ແລະ ຈະຊຸກຍູ້ພວກກໍ່ການຮ້າຍກໍ່ໂທດກຳຫຼາຍກ່ວາອີກ. ທ່ານລັດຖະມົນຕີການຕ່າງປະເທດ Muallem ກໍ່ຖະແຫຼງວ່າ: ລັດຖະບານ ຊີຣີ ຈະບໍ່ມອບໂອນສິດອຳນາດໃຫ້ແກ່ຝ່າຍຄ້ານຢູ່ກອງປະຊຸມສາກົນ ເຊີແນວ. ທ່ານກໍ່ຢັ້ງຢືນວ່າ: ປະທານາທິບໍດີ Bashar al Assad ຈະບໍ່ລາອອກຈາກຕຳແໜ່ງ ແລະ ຄຳຮຽກຮ້ອງດັ່ງກ່າວຂອງຝ່າຍຄ້ານແມ່ນບໍ່ມີປະໂຫຍດ.