ຊີຣີ: ຝ່າຍຄ້ານເລີ່ມດຳເນີນການເຈລະຈາຮອບໃໝ່ກັບລັດເຊຍ

(VOVWORLD) -ວັນທີ 03 ກໍລະກົດ, ຝ່າຍຄ້ານຊີຣີ ເລີ່ມຈັດການເຈລະຈາຮອບໃໝ່ກັບວົງການເຈົ້າໜ້າທີ່ລັດເຊຍ ກ່ຽວກັບຂໍ້ຕົກລົງສັນຕິພາບຢູ່ທາງພາກໃຕ້ຊີຣີ
ຊີຣີ: ຝ່າຍຄ້ານເລີ່ມດຳເນີນການເຈລະຈາຮອບໃໝ່ກັບລັດເຊຍ - ảnh 1(ພາບປະກອບ: AFP/TTXVN)

ເຊິ່ງຕາມນັ້ນແລ້ວ, ຝ່າຍລູກຮື້ຂຶ້ນຈະມອບສົ່ງອາວຸດ ແລະ ອະນຸຍາດໃຫ້ກຳລັງສາລະວັດທະຫານລັດເຊຍ ເຂົ້າໄປບັນດາເທດສະບານເມືອງໂດຍເຂົາເຈົ້າຄວບຄຸມ. ໂຄສົກຝ່າຍລຸກຮື້ຂຶ້ນຊີຣີ Ibrahim al Jabawi ໃຫ້ຮູ້ວ່າ, ກຳລັງຝ່າຍຄ້ານໄດ້ “ມີຄຳຕອບໃຫ້ບັນຊີລາຍຊື່ບັນດາຄວາມຮຽກຮ້ອງຕ້ອງການຂອງລັດເຊຍ” ເພື່ອແນໃສ່ສ້າງຂໍ້ຕົກລົງຢຸດຍິງ. ໃນນັ້ນລວມທັງຮຽກຮ້ອງໃຫ້ຝ່າຍຄ້ານມອບສົ່ງອາວຸດ ແລະ ຮັບປະກັນໃຫ້ບັນດາສະມາຊິກຝ່າຍຄ້ານໃນອະນາຄົດ.

      ວັນທີ 30 ມິຖຸນາ, ຝ່າຍຄ້ານເຄີຍຄັດຄ້ານບັນດາຄຳຮຽກຮ້ອງຕ້ອງການຂອງລັດເຊຍ ພາຍຫຼັງທີ່ໄດ້ຮັບບັນດາຂໍ້ສະເໜີດັ່ງກ່າວໃນກອງປະຊຸມກັບຜູ້ຕາງໜ້າລັດເຊຍ ຢູ່ເທດສະບານແຫ່ງໜຶ່ງທາງທິດໃຕ້ຊີຣີ. ເຖິງຢ່າງໃດກໍ່ຕາມ, ບັນດາແຫຼ່ງຂ່າວທາງການທູດໃຫ້ຮູ້ວ່າ, ຈໍແດນ ໄດ້ເກ້ຍກ່ອມຝ່າຍຄ້ານຊີຣີ ກັບຄືນສູ່ໂຕະເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ