ຊ່ອງໂທລະພາບຝລັ່ງຜະລິດຮູບເງົາໂຄສະນາກ່ຽວກັບທ່ອງທ່ຽວຫວຽດນາມ
ຊ່ອງໂທລະພາບຝລັ່ງຜະລິດຮູບເງົາ
ໂຄສະນາກ່ຽວກັບທ່ອງທ່ຽວຫວຽດນາມ
(ພາບ: vietnamtourism)
(vovworld) - ສະຖານທູດ ແລະ ສູນວັດທະນະທຳຫວຽດນາມ ປະຈຳຝລັ່ງ, ກຸ່ມນັກຂ່າວຂອງລາຍການໂທລະພາບຝລັ່ງ Echappees Belles ຫາກໍ່ສຳເລັດຮູບເງົາສາລະຄະດີໂຄສະນາກ່ຽວກັບການທ່ອງທ່ຽວຫວຽດນາມ ດ້ວຍຫົວຂໍ້ວ່າ “ບັນດາຮ້ອຍີ້ມຫວຽດນາມ”. ຮູບເງົາໃຊ້ເວລາ 1 ໂມງ 30 ນາທີ, ຟິມຮູບເງົາ “ບັນດາຮ້ອຍຍິມຫວຽດນາມ” ໄດ້ໂຄສະນາບັນດາຮູບພາບທີ່ສວຍງາມກ່ຽວກັບທັດສະນີຍະພາບ, ປະເທດຊາດ ແລະ ຊາວຫວຽດນາມ. ຮູບເງົານີ້ໄດ້ອອກໃນຊ່ອງໂທລະພາບຝລັ່ງ France 5 ໃນວັນທີ 18/06 ຜ່ານມາ, ເຊິ່ງໄດ້ດຶງດູດຜູ້ຊົມກວ່າ 956.000 ເທື່ອຄົນ. ຮູບເງົານີ້ໄດ້ປະກອບສ່ວນຕັ້ງໜ້າເຂົ້າໃນວຽກງານໂຄສະນາການທ່ອງທ່ຽວຫວຽດນາມ ເຖິງນັກທ່ອງທ່ຽວ ແລະ ເພື່ອນມິດສາກົນ.