( vovworld ) - ວັນທີ 24/7, ໂທລະພາບປາກິດສຖານ ໄດ້ໃຫ້ຂ່າວວ່າ, ຢ່າງໜ້ອຍສຸດມີ 11 ຄົນເສຍຊີວິດ ແລະ 10 ຄົນຖືກບາດເຈັບໃນເຫດບຸກໂຈມຕີທາງອາກາດຫຼ້າສຸດຂອງກອງທັບອາເມລິກາ ເຂົ້າໃນເຂດຊົນເຜົ່າທາງທິດເໜືອ Waziristan ຂອງປາກິດສຖານ ເມື່ອຕອນຄໍ່າ ວັນທີ 23/7. ເຮືອບິ່ນສູ້ຮົບຂອງອາເມລິກາ ໄດ້ຍິງລູກສອນໄຟ 8 ລູກໃສ່ເຮືອນຫຼັງໜຶ່ງທີ່ສົງໄສວ່າມີບັນດາມືປືນພວມຊ້ອນຕົວຢູ່ເຂດໃກ້ກັບຊາຍແດນອາບການິດສຖານ. ຊື່ຂອງຜູ້ຖືກເຄາະຮ້າຍຍັງບໍ່ທັນໄດ້ຮັບການປະກາດ. ເຫດການບຸກໂຈມຕີເກີດຂຶ້ນໃນສະພາບທີ່ເກີດກະແສຟອງຄັດຄ້ານການເປີດເສັ້ນທາງຂົນສົ່ງຂອງ NATO ໂດຍອາມາລິກາ ນຳໜ້າ ເຊິ່ງໄປຜ່ານປາກິດສຖານ ເຂົ້າອາບການິດສຖານ, ທີ່ພວມເກີດຂຶ້ນຢ່າງແຮງ.
ຕາມຕົວເລກສະຖິຕິຂອງບັນດາແຫຼ່ງຂ່າວປ້ອງກັນຄວາມສະຫງົບປາກິດສຖານ, ມີ 207 ຄົນເສຍຊີວິດໃນບັນດາການບຸກໂຈມຕີທາງອາກາດຂອງກອງທັບອາເມລິກາ ເຂົ້າເຂດຊົນເຜົ່າຂອງປະເທດນີ້ ນັບແຕ່ຕົ້ນປີມາຮອດປະຈຸບັນ.