ລະດູບານໃໝ່ຢູ່ບ້ານເກີດເມືອງນອນປີ 2014
|
(vovworld) – ຕອນເຊົ້າວັນທີ 30/1, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງການປະຊຸມຂ່າວກ່ຽວກັບລາຍການພົບປະກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເນື່ອງໃນໂອກາດ ລະດູບານໃໝ່ຢູ່ບ້ານເກີດເມືອງນອນປີ 2015. ຄາດວ່າມີຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດປະມານ 800 – 1.000 ຄົນຈະເຂົ້າຮ່ວມເຫດການນີ້.
ໃນລາຍການນີ້, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຈະເຂົ້າຮ່ວມການເຄື່ອນໄຫວຕ່າງໆຄື: ຢ້ຽມຢາມ ອຸໂມງ ກູ້ຈີ, ເຂົ້າຮ່ວມການໂອ້ລົມສົນທະນາ “ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຮ່ວມແຮງຮ່ວມໃຈພ້ອມກັບປະເທດຊາດເຊື່ອມໂຍງ ແລະ ພັດທະນາ”.