ຊາວເຜົ່າຂະແມ ຊອກຈັງ ຕ້ອນຮັບບຸນປີໃໝ່ຈອນຈະນຳເທີໄມ “ ສາມັກຄີ-ເພື່ອອະນາຄົດພັດທະນາ”
(VOVWORLD) -ຕອນຄ່ຳວັນທີ 14 ເມສາ, ຢູ່ວັດ ບຶງຕອນຊາ, ຕາແສງວຽນອານ, ເມືອງເຈີນເດ, ໄດ້ຈັດລາຍການຕ້ອນຮັບບຸນປີໃໝ່ຈອນຈະນຳເທີໄມປີ 2018 ໂດຍມີການເຂົ້າຮ່ວມຂອງການນຳແຂວງຊອກຈັງ, ເມືອງເຈີນເດ ແລະ ບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາເຜົ່າຂະແມ ແລະ ຊາວເຜົ່າຂະແມຢູ່ທ້ອງຖິ່ນ
ລາຍການຕ້ອນຮັບບຸນປີໃໝ່ຈອນຈະນຳເທີໄມປີ 2018 |
ດ້ວຍຫົວຂໍ້ຕ້ອນຮັບ ບຸນປີໃໝ່ຈອນຈະນຳເທີໄມ “ ສາມັກຄີ-ເພື່ອອະນາຄົດພັດທະນາ” , ຕອນຄ່ຳວັນທີ 14 ເມສາ, ຢູ່ວັດ ບຶງຕອນຊາ, ຕາແສງວຽນອານ, ເມືອງເຈີນເດ, ໄດ້ຈັດລາຍການຕ້ອນຮັບບຸນປີໃໝ່ຈອນຈະນຳເທີໄມປີ 2018 ໂດຍມີການເຂົ້າຮ່ວມຂອງການນຳແຂວງຊອກຈັງ, ເມືອງເຈີນເດ ແລະ ບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາເຜົ່າຂະແມ ແລະ ຊາວເຜົ່າຂະແມຢູ່ທ້ອງຖິ່ນ. ລາຍການຕ້ອນຮັບບຸນປີໃໝ່ຈອນຈະນຳເທີໄມປີນີ້ຖືກຈັດຂຶ້ນຢ່າງຟົດຟື້ນມ່ວນຊື່ນ, ເຂັ້ມຂົ້ນໄປດ້ວຍສີສັນເຜົ່າຂະແມ.
ເນື່ອງໃນໂອກາດນີ້, ການນຳແຂວງ, ເມືອງ, ຂະແໜງການຕ່າງໆໄດ້ມອບຂອງຂວັນຫຼາຍພູດເຖິງບັນດພະສົງສຳມະເນັນ, ພຸດທະສາສະນິກກະຊົນວັດ ບຶງຕອນຊາ. ຄະນະຈັດຕັ້ງໄດ້ມອບເຮືອນແຫ່ງມະຫາສາມັກຄີ 10 ຫຼັງໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍເຜົ່າຂະແມທີ່ດີເດັ່ນຢູ່ທ້ອງຖິ່ນ.