ຊາວເຜົ່າຈຳຢູ່ແຂວງບີ່ງທ້ວນຕ້ອນຮັບບຸນ Ramuwan
ຊາວເຜົ່າ ຈຳຢູ່ແຂວງ ບີ່ງທ້ວນຕ້ອນຮັບບຸນ Ramuwan
ພາບ:internet
|
(vovworld)- ວັນທີ 7/7, ປະຊາຊົນຊາວເຜົ່າ ຈຳຢູ່ແຂວງ ບີ່ງທ້ວນ ເລີ່ມຕົ້ນການຕ້ອນຮັບບຸນ Ramuwan. ນີ້ແມ່ນບຸນປີໃຫມ່ປະເພນີສຳຄັນກວ່າໝູ່ ແລະ ເຂັ້ມຂົ້ນໄປດ້ວຍສີສັນສະເພາະຂອງປະຊາຊົນຊາວເຜົ່າຈຳທີ່ເຊື່ອຖືສາສະຫນາອິດສະລາມ (ນີກາຍບານີ) ທີ່ດຳລົງຊີວິດຢູ່ບໍລິເວນແຂວງ ແລະ ແກ່ຍາວໃນເວລາ 1 ເດືອນ ດ້ວຍການເຄື່ອນໄຫວຫລາຍຢ່າງ. ບຸນ Ramuwan ແມ່ນໂອກາດເພື່ອໃຫ້ລູກຫລານອາໄລຫາເຖິງປູຍ່າຕາຍາຍ ແລະ ພາວະນາໃຫ້ປະຊາຊົນໃນບ້ານມີຄວາມຢູ່ເຢັນເປັນສຸກ, ອີ່ມຫນຳສຳລານ, ລະດູການຜະລິດໄດ້ຮັບຜົນດີ. ບຸນປີໃຫມ່ປະເພນີຂອງຊາວເຜົ່າຈຳເຊື່ອຖືສາສະຫນາອິດສະລາມ ຢູ່ແຂວງບີ່ງທ້ວນ ປະຈຸບັນ ບໍ່ພຽງແຕ່ຈັດຂຶ້ນໃນແຕ່ລະຄອບຄົວ, ວົງຕະກຸນເທົ່ານັ້ນ ຫາກຍັງມີການເຂົ້າຮ່ວມຂອງນັກທ່ອງທ່ຽວ ແລະ ນັກຄົ້ນຄ້ວາຫລາຍຄົນເພື່ອຊອກຫາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າຈຳ ອີກດ້ວຍ.