Thuy Linh, VOV ປະຈຳນະຄອນໂຮ່ຈີມິນ -  
ງານບຸນ Kate
(ພາບ: thanhnien.com.vn)
(vovworld) – ຕອນເຊົ້າວັນທີ 23/10, ງານບຸນ Kate ຂອງຊາວເຜົ່າຈຳ ຖືສາສະໜາ Balamon ໄດ້ຈັດຕັ້ງຢູ່ທາດ Poklong girai, ນະຄອນ ຟານຣາງ, ທາບຈາມ, ແຂວງ ນິງທ້ວນ. ເປີດສາກງານບຸນແມ່ນພິທີແຫ່ເຄື່ອງນຸ່ງ Po Klong Girai ຂຶ້ນທາດ. ຈາກນັ້ນແມ່ນບັນດາພິທີກຳຄື: ເປີດປະຕູທາດ, ແຫ່ອາພອນ, ພິທີນຸ່ງເຄື່ອງ. ທ່ານ ດາດແຢງຮ້ຽວ ຢູ່ຕາແສງ ເຟືອກຮື້ວ, ເມືອງ ນິງເຟືອກ, ແຂວງ ນີງທ້ວນ, ໃຫ້ຮູ້ວ່າ:
“ແຕ່ລະປີ, ຂ້າພະເຈົ້າລ້ວນແຕ່ຂຶ້ນທາດເຂົ້າຮ່ວມງານບຸນພ້ອມກັບພໍ່ແມ່ປະຊາຊົນຢ່າງເບີກບານມ່ວນຊື່ນ, ພ້ອມກັນແຫ່ອາພອນ. ຈາກວິຫານຂຶ້ນທາດ. ນອກຈາກພິທີແຫ່ອາພອນແລ້ວ, ຂ້າພະເຈົ້າຍັງໄດ້ຮັບຊົມບັນດາວາດຟ້ອນທີ່ເປັນປະເພນີຂອງຊາວເຜົ່າຈຳ ຄືຟ້ອນ Siva”
ກໍ່ໃນວັນດຽວກັນ, ຊາວເຜົ່າຈຳ ຢູ່ແຂວງ ບິ່ງທ້ວນ ພ້ອມກັບແຂກທ່ອງທ່ຽວ ແລະ ປະຊາຊົນທ້ອງຖີ່ນນັບພັນຄົນໄດ້ເຕົ້າໂຮມຢູ່ເຂດປູຊະນິຍະສະຖານ Po Sah Inu, ເຂົ້າຮ່ວມພິທີແຫ່ອາພອນໃຫ້ເທວະດາ Po Sah Inu. ນີ້ແມ່ນໜຶ່ງໃນບັນດາພິທີກຳສຳຄັນຂອງງານບຸນ Kate 2014.
Thuy Linh, VOV ປະຈຳນະຄອນໂຮ່ຈີມິນ