ຍົກສູງຄຸນນະພາບການຄຸ້ມຄອງຂອງລັດກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ

ຍົກສູງຄຸນນະພາບການຄຸ້ມຄອງຂອງລັດກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ - ảnh 1
ກອງ​ປະ​ຊຸມສະ​ຫລຸບ​ວຽກ​ງານ​ປີ 2014 ແລະ ວາງ​ອອກ​ທິດ​ທາງ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ປີ 2015
(ພາບ: vea.gov.vn)

(vovworld) – ວັນ​ທີ 6/1, ຢູ່​ຮ່າ​ໂນ​້ຍ, ໃນ​ພິ​ທີ​ສະ​ຫລຸບ​ວຽກ​ງານ​ປີ 2014 ແລະ ວາງ​ອອກ​ທິດ​ທາງ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ປີ 2015, ທ່ານ​ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ສິ່ງ​ແວດ​ລ້ອມ ຫງວຽນ​ເທ໋, ໃຫ້​ຮູ້​ວ່າ: ປີ 2015, ກົມ​ໃຫຍ່​ສິ່ງ​ແວດ​ລ້ອມ​ສືບ​ຕໍ່​ຜັນຂະ​ຫຍາຍ ແລະ ຍູ້​ແຮງ​ປະ​ສິດ​ທິ​ຜົນ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ​ຂອງ​ລັດ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ກົມ​ໃຫຍ່​ສິ່ງ​ແວດ​ລ້ອມ​ສຸມ​ໃສ່​ຜັນ​ຂະ​ຫຍາຍ​ການປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ ແລະ ຈັດ​ຕັ້ງ​ການ​ໂຄ​ສະ​ນາ​ເຜີຍ​ແຜ່​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ​ໃນ​ທົ່ວ​ສັງ​ຄົມ, ເພີ່ມ​ທະ​ວີ​ວຽກ​ງານ​ປະ​ຕິ​ຮູບ​ດ້ານ​ບໍ​ລິ​ຫານ​ຕາມ​ທິດ​ປອດ​ໄສ, ກະ​ຈ່າງ​ແຈ້ງ, ຮັບ​ປະ​ກັນ​ລັກ​ສະ​ນະ​ຜົນ​ສັກ​ສິດ, ມີ​ປະ​ສິດ​ທິ​ຜົນ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ. ປີ 2015,​ ກົ​ມ​ໃຫຍ່​ສິ່ງ​ແວດ​ລ້ອມໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ກ່ຽວ​ກັບສິ່ງ​ແວດ​ລ້ອມຫຼາຍ​ຄັ້ງ​ຄື​ກອງ​ປະ​ຊຸມ​ສິ່ງ​ແວດ​ລ້ອມ​ຄັ້ງ​ທີ 4, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສິ່​ງ​ແວດ​ລ້ອມ ອາ​ຊຽນ ຄັ້ງ​ທີ 13 ແລະ ບັນ​ດາ​ເຫດ​ການ​ອື່ນໆ​ອີກ.


ຂ່າວ/ບົດ​ອື່ນ