(ພາບປະກອບ)
(vovworld)- ກອງປະຊຸມສຳມະນາຍົກສູງຄວາມສາມາດພັດທະນາຂະແໜງສິນໃນນ້ຳຫວຽດນາມ ໂດຍກົມຄຸ້ມຄອງຄຸນນະພາບຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ສົມທົບກັບອົງການພັດທະນາອຸດສາຫະກຳຂອງ ສປຊ ແລະ ອົງການສົ່ງເສີມການຄ້າຍີ່ປຸ່ນ ຈັດຂຶ້ນໃນຕອນເຊົ້າວັນທີ 21/3 ຢູ່ຮ່າໂນ້ຍ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາລ້ວນແຕ່ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ມີຄວາມສາມາດສິນໃນນ້ຳດ້ວຍປະລິມານຫຼາຍ ແລະ ຄະນນະພາບດີ, ເປັນປົກກະຕິ ດ້ວຍຄຳໝັ້ນສັນຍາດ້ານຄຸນນະພາບ ຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ ແລະ ຄວາມຮັບຜິດຊອບຮັບປະກັນທາງດ້ານສິ່ງແວດລ້ອມຈາກລັດຖະບານ ແລະ ວິສາຫະກິດ. ທ່ານຫງວຽນຍືຕຽບ, ຫົວໜ້າກົມຄຸ້ມຄອງຄຸນນະພາບຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໃຫ້ຮູ້ວ່າ:
“ການຕອບສະໜອງຄວາມຮຽກຮ້ອງຕ້ອງການຕະຫຼາດນຳເຂົ້າສິນໃນນ້ຳໄດ້ ພວມ ແລະ ນັບມື້ນັບປະກັບກັບູຄວາມຫຍຸ້ງຍາກກ່ວາ. ການຕອບສະໜອງບັນດາມາດຖານສາກົນ ພິເສດແມ່ນມາດຖານຮັບປະກັນຄວາມປອດໄພດ້ານສະບຽງອາຫານ ແມ່ນວຽກງານພວກເຮົາຕ້ອງປະຕິບັດ “