ຍົກສູງປະສິດທິຜົນການຕອບສະໜອງ,ຜັນຂະຫຍາຍວັນກົດໝາຍຫວຽດນາມ

ຍົກສູງປະສິດທິຜົນການຕອບສະໜອງ,ຜັນຂະຫຍາຍວັນກົດໝາຍຫວຽດນາມ - ảnh 1
(ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​)

(vovworld) - ​​​ ​​ ​ ​ຕອນ​ເຊົ້າ​ວັນ​ທີ 07/11, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ຍຸ​ຕິ​ທຳ​ຫວຽດ​ນາມ ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຕອບ​ສະ​ໜອງ, ຜັນ​ຂະ​ຫຍາຍ​ວັນ​ກົດ​ໝາຍ​ຫວຽດ​ນາມ (09/11). ເພື່ອ​ຍົກ​ສ​ູງ​ປະ​ສິດ​ທິ​ຜົນ​ການຕອ​ບ​ສະ​ໜ​ອງ​ວັນ​ກົດ​ໝາຍ​ຫວຽດ​ນາມ, ບັນ​ດາ​ຜູ້​ແທ​ນ​ໄດ້​ສະ​ເໜີ ຕ້ອງ​ສືບ​ຕໍ່​ປ່ຽນ​ໃໝ່, ຫັນ​ເນື້ອ​ໃນ​ການ​ຈັດ​ຕັ້ງ​ວັນ​ກົດ​ໝາຍ​ຫວຽດ​ນາມ ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ເພື່ອ​ໃຫ້​ການ​ຮ່ຳ​ຮຽນ, ຊອກ​​ຮູ້​ກົດ​ໝາຍ​ໃຫ້​ກາຍ​ເປັນ​ວຽກ​ງານ​ເປັນ​ປະ​ຈຳ, ແຕ່​ລະ​ມື້​ຂອງ​ປະ​ຊາ​ຊົນ​ແຕ່​ລະ​ຄົນ ແລະ ຂອງ​ທົ່ວ​ສັງ​ຄົມ​ຢ່າງ​ແທ​້​ຈິງ. ທ່ານ ໂດ້​ຊວນ​ເລີນ, ຫົວ​ໜ້າ​ກົມ​ເຜີຍ​ແຜ່​ສຶກ​ສາ​ກົດ​ໝາຍ, ກະ​ຊວງ​ຍຸ​ຕິ​ທຳ​ໃຫ້​ຮູ້​ວ່າ.

        “ຊາບ​​ຊືມ, ເຜີຍ​ແຜ່​ເພື່ອ​ຍົກ​ສູງ​ຄວາມ​ຮູ້​ກ່ຽວ​ກັບ​ບົດ​ບາດ, ທີ່​ຕັ້ງ​ຂອງ​ລັດ​ຖະ​ທຳ​ມະ​ນູນ, ກົດ​ໝາຍ​ໃນ​ການ​ຄຸ້ມ​ຄອງ​ປະ​ເທດ​ຊາດ, ກ​ໍ​ຄື​ຂອງວັນ​ກົດ​ໝາຍ ແລະ ຂອງວຽກ​ງານ​ເຜີຍ​ແຜ່​ສຶກ​ສາ​ກົດ​ໝາຍ. ສືບ​ຕໍ່​ປ່ຽນ​ໃໝ່​ເນື້ອ​ໃນ, ຫັນ​ວິ​ທີ​ການ​ຈັດ​ຕັ້ງ​ວັນ​ກົດ​ໝາຍເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ເພື່ອ​ມີ​ຄວາມ​ໃກ້​ຊິດ​ກັບ​ພຶດ​ຕິ​ກຳ​ຕົວ​ຈິງ, ຕິດ​ພັນ​ກັບ​ຊີ​ວິດກວ່າ…”

ຂ່າວ/ບົດ​ອື່ນ