ຍົກສູງສະຕິຄວາມຮັບຮູ້ຂອງວົງຄະນະຍາດກ່ຽວກັບຄວາມສຳຄັນຂອງການເຄື່ອນໄຫວອຸຕຸນິຍົມອຸທົກກະສາດ

(VOVWORLD) - ລາຍການເພື່ອແນໃສ່ໂຄສະນາຂົນຂວາຍ, ຍົກສູງສະຕິຄວາມຮັບຮູ້ຂອງທົ່ວສັງຄົມກ່ຽວກັບການນຳໃຊ້ບັນດາມາດຕະການອີງໃສ່ທຳມະຊາດເພື່ອແກ້ໄຂ
ຍົກສູງສະຕິຄວາມຮັບຮູ້ຂອງວົງຄະນະຍາດກ່ຽວກັບຄວາມສຳຄັນຂອງການເຄື່ອນໄຫວອຸຕຸນິຍົມອຸທົກກະສາດ - ảnh 1 ທ່ານ ຫວໍຕ໋ວນເຍີນ, ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ກ່າວຄຳເຫັນທີ່ພິທີ

 

ເພື່ອຕອບສະໜອງວັນນ້ຳ ແລະ ວັນອຸຕຸນິຍົມໂລກ 2018, ຕອນຄ່ຳວັນທີ 22 ມີນາ, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ “ວັນອຸຕຸນິຍົມໂລກ ແລະ ວັນນ້ຳໂລກ 2018”. ລາຍການເພື່ອແນໃສ່ໂຄສະນາຂົນຂວາຍ, ຍົກສູງສະຕິຄວາມຮັບຮູ້ຂອງທົ່ວສັງຄົມກ່ຽວກັບການນຳໃຊ້ບັນດາມາດຕະການອີງໃສ່ທຳມະຊາດເພື່ອແກ້ໄຂ, ຮັບມືຢ່າງທັນການກັບບັນດາສິ່ງທ້າທາຍກ່ຽວກັບແຫຼ່ງນ້ຳ ແລະ ການປ່ຽນແປງຂອງດິນຟ້າອາກາດທີ່ພວມນັບມື້ນັບເພີ່ມຂຶ້ນ.

        ທີ່ລາຍການ, ທ່ານ ຫວໍຕ໋ວນເຍີນ, ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ເນັ້ນໜັກວ່າ: ປີ 2018, ສະຫະປະຊາຊາດໄດ້ເລືອກເຟັ້ນຫົວຂໍ້ວັນນ້ຳໂລກ ແມ່ນ “ນ້ຳກັບທຳມະຊາດ”, ຫົວຂໍ້ວັນອຸຕຸນິຍົມໂລກ ແມ່ນ “ກຽມພ້ອມກັບການປ່ຽນແປງອາກາດ, ຮັບມືຢ່າງສະຫຼາດກັບດິນຟ້າອາກາດ” ດ້ວຍຄວາມປາດຖະໜາຢາກຊອກຫາມາດຕະການອີງໃສ່ທຳມະຊາດເພື່ອແກ້ໄຂ, ຮັບມືຢ່າງທັນການກັບບັນດາສິ່ງທ້າທາຍກ່ຽວກັບແຫຼ່ງນ້ຳ ແລະ ການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ