ຍຸດທະສາດນຳເຂົ້າ ແລະ ສົ່ງອອກສິນຄ້າໄລຍະ 2011- 2020
ສິນຄ້ານຳເຂົ້າຈາກຕ່າງປະເທດ
ພາບປະກອບ: internet
|
(vovworld)- ຫວຽດນາມ ຕ້ອງມີຍຸດທະສາດນຳເຂົ້າ ແລະ ສົ່ງອອກສິນຄ້າຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ. ຂໍ້ສັງເກດດັ່ງກ່າວຖືກຍົກອອກໃນກອງປະຊຸມສຳມະນາທີ່ມີຫົວຂໍ້ວ່າ: “ຜົນກະທົບຂອງການເຊື່ອມໂຍງເສດຖະກິດເຂົ້າກັບສາກົນທີ່ມີຕໍ່ດ້ານເສດຖະກິດ ແລະ ການຄ້າ ຫວຽດນາມ - ຂໍ້ສະເຫນີນະໂຍບາຍປະຕິບັດຍຸດທະສາດ ນຳເຂົ້າ ແລະ ສົ່ງອອກສິນຄ້າໄລຍະ 2011- 2020, ການກຳນົດທິດເຖິງປີ 2030 ຈັດຂຶ້ນ ໃນວັນທີ 10/4 ຢູ່ ຮ່າໂນ້ຍ. ບັນດາຜູ້ຊ່ຽວຊານໃຫ້ຂໍ້ສັງເກດວ່າ: ຖ້າຫາກເລື່ອງເຂົ້າເປັນສະມາຊິກອົງການການຄ້າໂລກ WTO, ກຳລັງດັນໃຫຍ່ສຸດສຳລັບ ຫວຽດນາມ ແມ່ນລະບອບກົດໝາຍ ແລະ ບໍລິການ, ບັນດາສັນຍາການຄ້າເສລີສອງຝ່າຍ ແລະ ພາກພື້ນພັດສ້າງກຳລັງດັນເຖິງການຄ້າ ຍ້ອນລະດັບຫລຸດຜ່ອນພາສີຢ່າງເລິກເຊິ່ງ ແລະ ກວ້າງຂວາງໃນອາຊຽນ. ທ່ານ Nguyen Thanh Bien ຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຖືວ່າ:
“ໃນ 5 ປີ ຜ່ານມາ, ພວກເຮົາຍັງຄົງໄດ້ຊົມໃຊ້ບັນດາບຸລິມະສິດກ່ຽວກັບການຫລຸດຜ່ອນພາສີ ແລະ ເປີດປະຕູຕະຫລາດຂອງບັນດາຄູ່ຮ່ວມມື ອາຊຽນ + ຊຶ່ງເຂົາເຈົ້າມີເຂດການຄ້າເສລີທີ່ໄດ້ລົງນາມ. ນີ້ແມ່ນກາລະໂອກາດໃຫຍ່ ແຕ່ກໍແມ່ນສິ່ງທ້າທາຍ, ເພາະວ່າ ໝົດປີ 2015 ພວກເຮົາຕ້ອງມີຄຳໝັ້ນສັນຍາຫລຸດຜ່ອນພາສີ ແລະ ເປີດປະຕູຕະຫລາດຄື ບັນດາຄູ່ຮ່ວມມື ອາຊຽນ ແລະ ອາຊຽນ +. ບັນຫາວາງອອກນັ້ນແມ່ນ ໃນ 3, 4 ປີຈະມາເຖິງ ພວກເຮົາຍາດແຍ່ງກາລະໂອກາດນີ້ ແລະ ນຳວິສາຫະກິດເຂົ້າຮ່ວມການແກ້ງແຍ້ງຢ່າງສະເໝີພາບ.”