ຍີ່ປຸ່ນຄັດຄ້ານສ.ເກົາຫຼີ ເຊື່ອມຕໍ່ການອຸປະຖຳມະນຸດມະທຳໃຫ້ສປປ.ເກົາຫຼີ ຄືນໃໝ່

(VOVWORLD) -ວັນທີ 23 ມັງກອນ, ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono ໄດ້ອອກສຽງຄັດຄ້ານເລື່ອງສ.ເກົາຫຼີ ໂດຍເຈດຕະນາເຊື່ອມຕໍ່ການອຸປະຖຳມະນຸດສະທຳໃຫ້ແກ່ສປປ.ເກົາຫຼີ ຄືນໃໝ່

ຍີ່ປຸ່ນຄັດຄ້ານສ.ເກົາຫຼີ ເຊື່ອມຕໍ່ການອຸປະຖຳມະນຸດມະທຳໃຫ້ສປປ.ເກົາຫຼີ ຄືນໃໝ່ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono

(ພາບ: Kyodo/TTXVN)

ພ້ອມທັງຖືວ່າ, ປະຈຸບັນ ບໍ່ມີມາດຕະການໃດທີ່ມີປະສິດທິຜົນເທົ່າກັບການກໍ່ຄວາມດັນຢ່າງສຸດຂີດຕໍ່ພຽງຢາງ. ເມື່ອຕອບສຳພາດຕໍ່ນັກຂ່າວ, ທ່ານລັດຖະມົນຕີການຕ່າງປະເທດ Kono ໃຫ້ຮູ້ວ່າ, ຖະແຫຼງການປະທານຢູ່ກອງປະຊຸມຂັ້ນສູງກ່ຽວກັບສປປ.ເກົາຫຼີ ທີ່ການາດາ ໃນອາທິດແລ້ວນີ້ ໄດ້ສົ່ງສານທີ່ວ່າ ບັນດາປະເທດທີ່ກ່ຽວຂ້ອງລ້ວນແຕ່ເຫັນດີຕໍ່ຄວາມດັນຢ່າງສຸດຂີດຕໍ່ພຽງຢາງ.

        ກ່ອນໜ້ານັ້ນ, ໃນບົດກ່າວປາໄສກ່ຽວກັບນະໂຍບາຍການຕ່າງປະເທດຂອງຍີ່ປຸ່ນ ທີ່ວາລະໄຂກອງປະຊຸມສະພາແຫ່ງຊາດ ໃນວັນທີ 22 ມັງກອນ, ທ່ານລັດຖະມົນຕີການຕ່າງປະເທດ Kono ຢືນຢັນວ່າ, ສປປ.ເກົາຫຼີ ໄດ້ກໍ່ໄພອັນຕະລາຍໃຫຍ່ຫຼວງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ ບໍ່ພຽງແຕ່ຍີ່ປຸ່ນ ເທົ່ານັ້ນ, ຫາກນັບທັງທົ່ວໂລກອີກດ້ວຍ, ສະນັ້ນ, ໂຕກຽວ ຈະຢຶດໝັ້ນຫຼັກໝັ້ນກໍ່ຄວາມດັນຢ່າງສຸດຂີດ ເພື່ອບັງຄັບໃຫ້ພຽງຢາງ ປ່ຽນແປງນະໂຍບາຍລູກສອນໄຟ, ນິວເຄຼຍ ແລະ ແກ້ໄຂບັນຫາຕົວປະກັນຊາວຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ