(vovworld) - ໃນເວລາ 7 ໂມງ, ຕອນເຊົ້າວັນທີ 16/12, ຕາມເວລາທ້ອງຖິ່ນ ( 5 ໂມງຕອນເຊົ້າຕາມເວລາຫວຽດນາມ) ມີປະມານ 49.000 ສະຖານທີ່ປ່ອນບັດເລືອກຕັ້ງໃນທົ່ວປະເທດຍີ່ປຸ່ນ ໄດ້ເປີດປະຕູ ເລີ່ມຕົ້ນການເລືອກຕັ້ງສະພາຕໍ່າຂອງປະເທດນີ້. ການເລືອກຕັ້ງຄັ້ງໃຫຍ່ ຄັ້ງນີ້ ມີຜູ້ອອກສະໝັກຮັກເລືອກຕັ້ງ 1504 ທ່ານ ເຊິ່ງເຂົ້າກັບ 12 ພັກການເມືອງ ແລະ ຜູ້ອອກສະໝັກຮັບເລືອກຕັ້ງເສລີທີ່ແຂ່ງຂັນເຂົ້າ 480 ທີ່ນັ່ງຂອງສະພາຕໍ່າຍີ່ປຸ່ນ. ນີ້ແມ່ນຈຳນວນຜູ້ອອກສະໝັກຮັກເລືອກຕັ້ງ ແລະ ພັກການເມືອງຫຼາຍກວ່າໝູ່ທີ່ການເລືອກຕັ້ງຂອງຍີ່ປຸ່ນ ນັບແຕ່ເມື່ອລະບອບເລືອກຕັ້ງປະຈຸບັນໄດ້ນຳໃຊ້. ໃນຈຳນວນ 480 ທີ່ນັ່ງຂອງສະພາຕໍ່າຍີ່ປຸ່ນ, ມີ 300 ທີ່ນັ່ງ ໄດ້ຮັບການເລືອກຕັ້ງຕາມຮູບແບບເຂດເລືອກຕັ້ງ, 180 ທີ່ນັ່ງຍັງເຫຼືອໄດ້ຈັດແບ່ງຕາມອັດຕາສະໜັບສະໜູນຂອງຜູ້ມີສິດເລືອກຕັ້ງທີ່ມີຕໍ່ບັນດາພັກການເມືອງ. ການເລືອກຕັ້ງຄັ້ງນີ້ສະແດງໃຫ້ເຫັນວ່າ ການຕີລາຄາຂອງຜູ້ມີສິດເລືອກຕັ້ງຍີ່ປຸ່ນ ທີ່ມີຕໍ່ການກຳອຳນາດຂອງພັກປະຊາທິປະໄຕ ເປັນເວລາກ່ວາ 3 ປີ. ໝາກຜົນຂອງການເລືອກຕັ້ງຈະໃຫ້ຮູ້ວ່າ ພັກປະຊາທິປະໄຕ ຈະສືບຕໍ່ມີສິດກຳອຳນາດ ຫຼື ພັກປະຊາທິປະໄຕເສລີ ຈະສາມາດກຳອຳນາດໄດ້ຫຼືບໍ່ ພາຍຫຼັງຖືກປະລາໄຊໃນການເລືອກຕັ້ງເມື່ອປີ 2009.
ຄາດວ່າ, ບັນດາສະຖານທີ່ປ່ອນບັດຈະອັດລົງໃນເວລາ 8 ໂມງວັນທີ 16/12. ໝາກຜົນຂອງການເລືອກຕັ້ງໃນເບື້ອງຕົ້ນຈະປະກາດໃນຄໍ່າຄືນວັນທີ 16/12 ຫຼື ຕອນເຊົ້າວັນທີ 17/12.