ຍີ່ປຸ່ນ ສືບຕໍ່ອຸປະຖຳ ຫວຽດນາມ ໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ

ຍີ່ປຸ່ນ ສືບຕໍ່ອຸປະຖຳ ຫວຽດນາມ ໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 18/7, ຢູ່ ຮ່າ​ໂນ້ຍ, ທ່ານ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ຟ້າ​ມຫວູລ້ວນ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ຍີ່ປຸ່ນ ປະຈຳ ຫວຽດນາມ Yasuaki Tanizaki ​ໄດ້​ເຊັນ​ສານ​ແລກປ່ຽນກ່ຽວ​ກັບ​ໂຄງການ​ທຶນ​​ສຶກສາ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ​ໂດຍ​ລັດຖະບານ ຍີ່ປຸ່ນ ອຸປະຖຳ​ໃຫ້​ແກ່ ຫວຽດນາມ. ໂຄງການ​ດັ່ງກ່າວ​ໂດຍ​ລັດຖະບານ ຍີ່ປຸ່ນ ​ຊ່ວຍ​ເຫຼືອ​ລ້າ​ໃຫ້​ແກ່ ຫວຽດນາມ​ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ແຕ່​ປີ 2000. ຮອດ​ປີ 2020, ດ້ວຍ​ຍອດ​ຈຳນວນ​ເງິນ​ປະມານ 5 ຕື້​​ເຢັນ, ນັກຮຽນ 364 ຄົນຂອງ ຫວຽດນາມ ​ໄດ້​ສົ່ງ​​ໄປ ຍີ່ປຸ່ນ ບຳລຸງ​ສ້າງ​ລະດັບປະລິຍາ​​ໂທ​ກ່ຽວ​ກັບ​ບັນດາຂະ​ແໜງ​ອາຊີບ​ເຊິ່ງ ຫວຽດນາມ ພວມ​ມີ​ຄວາມ​ຕ້ອງການ.​ ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຟ້າ​ມຫວູລ້ວນ ຢືນຢັນ​ວ່າ:

        “ລັດຖະບານ ຫວຽດນາມ ຕີ​ລາຄາ​ສູງ ​ໂຄງການ​ຮ່ວມ​ມື​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ນີ້​ຂອງ​ຝ່າຍ ຍີ່ປຸ່ນ. ນັກ​ສຶກສາ ຫວຽດນາມ ຮຳ່ຮຽນ​ຢູ່ ຍີ່ປຸ່ນ ຕາມ​ບັນດາ​ໂຄງການ​ນີ້​ລ້ວນ​ແຕ່​ເປັນ​ບັນດາ​ນັກ​ຊ່ຽວຊານ​ຢູ່​ບັນດາຂົງ​ເຂດ, ຂະ​ແໜງ​ອາຊີບ​ຕ່າງໆ​ເຊິ່ງ ຫວຽດນາມ ພວມ​ມີ​ຄວາມ​ຕ້ອງການ​ແຕ່​ບໍ່​ທັນ​ມີ​ເງື່ອນ​ໄຂ​ບຳລຸງ​ສ້າງ. ພວກ​ຂ້າພະ​ເຈົ້າ ຫວັງ​ວ່າ, ພ້ອມ​ກັບ​​ໂຄງການ​ອື່ນ, ​ໂຄງການ​ນີ້​ຈະ​ສືບ​ຕໍ່​ປະຕິບັດ ​ແລະ ອາ​ດຈະ​ເປີດ​ກ້ວາງ​ເພື່ອ​ຊ່ວຍ​ໃຫ້ ຫວຽດນາມ ບຳລຸງ​ສ້າງ​ບັນດາ​ນັກ​ຊ່ຽວຊານ​ອັນ​ດັບ​ໜຶ່ງ​​ໃນບັນດາ​ຂົງ​ເຂດ, ຂະ​ແໜງ​ອາຊີບເຊິ່ງ ມະຫາວິທະຍາ​ໄລ​ແຫ່ງ​ຕ່າງໆ​ຂອງ ຫວຽດນາມ ກໍ່​ຄື​ພື້ນຖານ​ເສດຖະກິດ ຫວຽດນາມ ພວມ​ມີ​ຄວາມ​ຕ້ອງການ.”

 

ຂ່າວ/ບົດ​ອື່ນ