ຍີ່ປຸ່ນ ຫວັງວ່າຈະພ້ອມກັບ ລັດເຊຍ ສໍາເລັດການເຈລະຈາສົນທິສັນຍາສັນຕິພາບ ໂດຍໄວ

(VOVWORLD) -ທ່ານ Taro Kono ລັດຖະມົນຕີີການຕ່າງປະເທດ ຍີ່ປຸ່ນ ໄດ້ສະແດງຄວາມຫວັງວ່າ ຈະສໍາເລັດການເຈລະຈາກ່ຽວກັບສົນທິສັນຍາສັນຕິພາບ ກັບ ລັດເຊຍ ຍິ່ງໄວກໍຍິ່ງດີ
ຍີ່ປຸ່ນ ຫວັງວ່າຈະພ້ອມກັບ ລັດເຊຍ ສໍາເລັດການເຈລະຈາສົນທິສັນຍາສັນຕິພາບ ໂດຍໄວ - ảnh 1ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov ແລະ ທ່ານ Taro Kono ລັດຖະມົນຕີີການຕ່າງປະເທດ ຍີ່ປຸ່ນ (ພາບ: AFP/TTXVN)

ວັນທີ 11 ພຶດສະພາ, ທ່ານ Taro Kono ລັດຖະມົນຕີີການຕ່າງປະເທດ ຍີ່ປຸ່ນ ໄດ້ສະແດງຄວາມຫວັງວ່າ ຈະສໍາເລັດການເຈລະຈາກ່ຽວກັບສົນທິສັນຍາສັນຕິພາບ ກັບ ລັດເຊຍ ຍິ່ງໄວກໍຍິ່ງດີ, ແຕ່ທ່ານກໍເນັ້ນໜັກວ່າ ຕ້ອງແກ້ໄຂບັນຫາດັ່ງກ່າວຕາມຮູບການ ເຊິ່ງສອງຝ່າຍອາດຈະຍອມຮັບໄດ້. ທ່ານລັດຖະມົນຕີການຕ່າງປະເທດ Taro Ko ຊີ້ແຈ້ງວ່າ ການເຈລະຈາຄວນໄດ້ສິ້ນສຸດດ້ວຍການພິຈາລະນາບັນດາແນວຄວາມຄິດທັງໝົດ ເພື່ອໃຫ້ທັງສອງປະເທດມີຄວາມເພິ່ງພໍໃຈຕໍ່ຂໍ້ຕົກລົງ.

        ຍີ່ປຸ່ນ ປາດຖະໜາຢາກລົງນາມໃນສົນທິສັນຍາສັນຕິພາບກັບ ລັດເຊຍ ເພື່ອແນໃສ່ຢຸດຕິການຂັດແຍ້ງອະທິປະໄຕ ສໍາລັບລະບົບເກາະ ເຊິ່ງ ໂຕກຽວ ເອີ້ນວ່າ ເຂດດິນແດນພາກເໜືອ ປັດຈຸບັນໂດຍ ມົດສະກູ ຄວບຄຸມ ດ້ວຍຊື່ເອີ້ນວ່າ Kuril ໃຕ້. ການຂັດແຍ້ງດັ່ງກ່າວ ໄດ້ກໍ່ຄວາມເຄັ່ງຕຶງໃນການພົວພັນສອງຝ່າຍໃນຕະຫຼອດ 7 ທົດສະວັດຜ່ານມາ. ຫວ່າງມໍ່ໆມານີ້, ສອງປະເທດຕ່າງກໍສະແດງເຈດຕະນາດີ ຢາກແກ້ໄຂການຂັດແຍ້ງດັ່ງກ່າວ ຜ່ານການເຈລະຈາ, ແຕ່ຫຼັກໝັ້ນຂອງສອງປະເທດຍັງມີຈຸດແຕກຕ່າງກັນ.


ຕອບກັບ

ຂ່າວ/ບົດ​ອື່ນ