ຍ້ອງຍໍຊົມເຊີຍນັກຮຽນຊົນເຜົ່າສ່ວນໜ້ອຍຮຽນເກັ່ງປີ2014

ຍ້ອງຍໍຊົມເຊີຍນັກຮຽນຊົນເຜົ່າສ່ວນໜ້ອຍຮຽນເກັ່ງປີ2014 - ảnh 1
ພິ​ທີຍ້ອງຍໍຊົມເຊີຍນັກຮຽນຊົນເຜົ່າສ່ວນໜ້ອຍຮຽນເກັ່ງປີ2014

(vovworld) – ຕອ​ນ​ເຊົ້າ​ວັນ​ທີ 1/11, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າ​ສົມ​ທົບ​ກັບ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ຈັດ​ຕັ້ງ​ພິ​ທີ​ຍ້ອງ​ຍໍ​ຊົມ​ເຊີຍນັກ​ຮຽນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ 111 ຄົນຮຽນ​ເກັ່ງ​ປີ 2014. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ຍ້ອງ​ຍໍ​ຊົມ​ເຊີຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ ບັນ​ດາ​ຄູ​ອາ​ຈານ ໄດ້​ສຸດ​ຈິ​ດ​ສຸດ​ໃຈ, ພະ​ຍາ​ຍາມ​ສິດ​ສອ​ນ​ພວກ​ນ້ອງ​ນັກ​ຮຽນ​ທີ່​ບັນ​ລຸ​ລາງວັນ​ສູງ​ໃນ​ການ​ສອບ​ເສັງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ສະ​ເໜີ​ວ່າ:

        “ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ຖັນ​ແຖວ​ພະ​ນັກ​ງານ​ເຂດ​ຫ່າງ​ໄກ​ສອກຫຼີກ, ຖືນັ້ນ​ແມ່ນ​ປັດ​ໄຈ​ຕັດ​ສິນ​ຊີ້​ຂາດ​ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ນັກ​ຮຽນ​ຊົນ​ເຜົ່າ​ສ່ວນ​ໜ​້ອຍ. ສ່ວນ​ຄະ​ນະ​ພັກ​ແຂວງ, ອຳ​ນາດ​ການ​ປົກ​ຄອງ​ທ​້ອງ​ຖີ່ນ​ຖືນີ້​ແມ່ນ​ໜ້າ​ທີ່​ສຳ​ຄັນ, ແມ່ນ​ການ​ພັດ​ທະ​ນາ​ຍາວ​ນານ, ໝັ້ນ​ຄົງ, ກ່ອນ​ອື່ນ​ໝົດ​ແມ່ນ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ທຸກ​ຍາກ​ຢູ່​ທ້ອງ​ຖີ່ນ. ບໍ່​ມີ​ແຫຼ່ງ​ບຸກ​ຄະ​ລະ​ກອນ​ດີ, ພິ​ເສດ​ແມ່ນ​ລຸ້ນ​ໜຸ່ມ, ຍາກ​ທີ່​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ​ໄດ້.”

       


ຂ່າວ/ບົດ​ອື່ນ