ຍາມໃດ ຫວຽດນາມ ສ້າງເງື່ອນໄຂໃຫ້ແກ່ບັນດານັກລົງທຶນຕ່າງປະເທດ

ຍາມໃດ ຫວຽດນາມ ສ້າງເງື່ອນໄຂໃຫ້ແກ່ບັນດານັກລົງທຶນຕ່າງປະເທດ - ảnh 1
ທ່ານ​ນາຍົກລັດຖະມົນຕີ  ຫງວຽນ​ເຕີນ​ຢູງ ແລະ ທ່ານ Kenneth Juster

(vovworld) – ຕອນ​ບ່າຍ​ວັນ​ທີ 10/7, ທີ່​ກາ​ນຕ້ອນຮັບ​ທ່ານ Kenneth Juster, ອະ​ດີດຮອງ​ລັດຖະມົນຕີ​ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ​ແລະ ປະຈຸ​ບັນ​ແມ່ນ​ຜູ້ອຳນວຍການ​ບໍລິຫານ​ຂັ້ນ​ສູງ​ທົ່ວ​​ໂລກ​ຂອງ​ກອງ​ທຶນ​ລົງທຶນ Warburg Pincus, ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ຫວັງ​ວ່າ: ດ້ວຍ​ອິດ​ທິພົນ​ຊື່​ສຽງ​ຂອງຕົນ, ທ່ານ Kenneth Juster ຈະ​ມີ​ຜົນ​ກະທົບ​ເຖິງ​ວົງ​ການ​ເຈົ້າ​ໜ້າ​ທີ່, ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ສະໜັບ​ສະ​ໜູນ ຫວຽດນາມ ​ໃນ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ການຄ້າຂ້າມ​ປາຊີ​ຟິກ (TPP). ພ້ອມ​ກັນ​ນັ້ນ, ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນຢັນ​ວ່າ: ຍາມ​ໃດ ຫວຽດນາມ​ ກໍ່​ຊົມ​ເຊີຍ, ຕ້ອນຮັບ, ສ້າງ​ເງື່ອນ​ໄຂ​ສະດວກ​​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ ​ໃນ​ນັ້ນ​ມີ​ບັນດາ​ນັກ​ລົງທຶນ ອາ​ເມ​ລິ​ກາ ເຂົ້າມາ​ຊອກ​ຫາ​ກາລະ​ໂອກາດ, ການ​ຮ່ວມ​ມື​ລົງທຶນ, ທຳ​ມາ​ຄ້າຂາຍຢ່າງ​ຍາວ​ນານ​ຢູ່ ຫວຽດນາມ, ຫວຽດນາມ ຖື​ຜົນສຳ​ເລັດ​ຂອງ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ ກໍ່​​ແມ່ນ​ຜົນສຳ​ເລັດ​ຂອງ ຫວຽດນາມ. ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເຊື່ອ​ໝັ້ນ​ວ່າ: ຈາກ​ການ​ລົງທຶນ​ເປັນ​ຄັ້ງ​ທຳ​ອິດ​ເຂົ້າ​ກຸ່ມ​ບໍລິສັດ Vingroup (ຂອງ ຫວຽດນາມ) ຈະ​ເປີດ​ບັນດາ​ການ​ລົງທຶນ​ຂອງ​ກອງ​ທຶນ​ລົງທຶນ Warburg Pincus ຢູ່ ຫວຽດນາມ.

    ທ່ານ Kenneth Juster ໄດ້ສະແດງຄວາມຂອບ​ໃຈ​ຕໍ່ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເຊິ່ງໄດ້ສະຫຼະ​​ເວລາ ຕ້ອນຮັບ ແລະ ຫວັງ​ວ່າ​ລັດຖະບານ ຫວຽດນາມ ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່ Warburg Pincus ​ເວົ້າ​ສະ​ເພາະ ກໍ່​ຄື​ບັນດາ​ນັກ​ລົງທຶນ​ຂອງ ອາ​ເມ​ລິ​ກາ ເວົ້າລວມເຂົ້ມມາ​ຮ່ວມ​ມື​ລົງທຶນ ​ແລະ ທຳ​ມາ​ຄ້າຂາຍ​ຢ່າງ​ຍາວ​ນານ​ຢູ່ ຫວຽດນາມ.

 

ຂ່າວ/ບົດ​ອື່ນ