ຍູ້ແຮງການປະຕິຮູບລະບຽບການບໍລິຫານໃນຂົງເຂດຕຸລາການ

ຍູ້ແຮງການປະຕິຮູບລະບຽບການບໍລິຫານໃນຂົງເຂດຕຸລາການ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຮັດ​ວຽກ​ກັບ​ກະ​ຊວ​ງ​ຍຸ​ຕິ​ທຳ
ພາບ:vov

(vovworld)-​ ​ຕອນ​ເຊົ້າ​ວັນ​ທີ 25/12, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຮັດ​ວຽກ​ກັບ​ກະ​ຊວ​ງ​ຍຸ​ຕິ​ທຳ​ກ່ຽວ​ກັບ​ວຽກ​ງານ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ​ຂຶ້ນ​ກັບ​ຂົງ​ເຂດ​ຄຸ້ມ​ຄອງ​ຂອງ​ກະ​ຊວງ​ນີ້. ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ຫນັກ​ວ່າ: ປີ 2015 ຄວນ​ສືບ​ຕໍ່​ຖື​ວຽກ​ງານ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ​ເປັນ​ຈຸດ​ສຸມ, ບຸກ​ທະ​ລຸ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ປັບ​ປຸງ​ສະ​ພາບ​ແວດ​ລ​້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ. ກະ​ຊວງ​ຍຸ​ຕິ​ທຳ ຄວນກວດ​ກາ​ຢ່າງ​ແຫນ້ນ​ແຟ້ນ​ລະ​ບຽບ​ການ​ບໍ​ລິ​ຫານ​ກັບ​ບົດ​ບາດກວດ​ກາຢັ້ງ​ຢືນ, ກວດ​ກາ​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ ພ້ອມ​ທັງ​ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ເພື່ອ​ປະ​ຕິ​ບັດ​ວຽກ​ງານນີ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

 

 

ຂ່າວ/ບົດ​ອື່ນ