ຍູ້ແຮງການພົວພັນລະ ຫວ່າງທ້ອງຖິ່ນຕ່າງໆ ຂອງຫວຽດນາມ-ມົງໂກນ


ຍູ້ແຮງການພົວພັນລະ ຫວ່າງທ້ອງຖິ່ນຕ່າງໆ ຂອງຫວຽດນາມ-ມົງໂກນ - ảnh 1

ປະທານາທິບໍດີມົງ​ໂກນເຂົ້າຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ

(ພາບ: TTXVN )

 (vovworld)-  ຕອນ​ບ່າຍ​​ວັນ​ທີ 24/11, ທ່ານ​ເລ​ຮ່ວາງ​ກວນ ປະທານ​ຄະນະ​ກຳມະການ ປຊຊ ນະຄອນ​ໂຮ່ຈິ​ມິນ ​ໄດ້​ໃຫ້ການ​ຕ້ອນຮັບ ປະທານາທິບໍດີ ມົງ​ໂກນ  Tsakhiagiin Elberdoji ພ້ອມ​ດ້ວຍ​ຄະນະ​ການ​ນຳ​ຂັ້ນສູງ​ມົງ​ໂກນ ຊື່​ງພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ປະທານ​ເລ​ຮ່ວາງ​ກວນ ຢືນຢັນ​ວ່າ ນະຄອນ​ໂຮ່ຈິ​ມິນ ຈະ​ມານະ​ພະຍາຍາມ​ປະກອບສ່ວນ​ປະຕິບັດ, ຜັນ​ຂະຫຍາຍປະຕິບັດບັນດາ​ສັນຍາ, ຂໍ້​ຕົກລົງ​ທີ່​ຫາ​ກໍ່​ໄດ້​ລົງ​ນາມ​ລະຫວ່າງ​ການ​ນຳ​ຂັ້ນສູງ​ສອງ​ປະ​ເທດຢ່າງ​ມີ​ປະສິດທິ​ຜົນ ພ້ອມ​ທັງ​ສ້າງ​ເງື່ອ​ນ​ໄຂ​ສະດວກ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ນະຄອນ​ສາມາດ​ພົບ​ປະ, ຊຸກຍູ້​ການ​ຮ່ວມ​ມື​ກັບ​ບັນດ​າວິ​ສາ​ຫະກິດ​ມົງ​ໂກນ.

  ສ່ວນ ປະທານາທິບໍດີ ມົງ​ໂກນ  Tsakhiagiin Elberdoji ຊົມ​ເຊີຍ​ຄຳ​ເຫັນ​ຮ່ວມ​ມືແຮກສ່ຽວ​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ນະຄອນຫຼວງ​ອູ​ລານ​ບາ​ຕໍ ​ແລະ ຢືນຢັນ​ວ່າ: ການ​ນຳ​ນະຄອນຫຼວງ​ອູ​ລານ​ບາ​ຕໍ ກໍ່​ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ແຮກສ່ຽວກັບ​ນະຄອນ​ໂຮ່ຈິ​ມິນ ​ໃນ​ຫຼາຍ​ຂົງ​ເຂດ. ຍາມ​ໃດ​ມົງ​ໂກນ ກໍ່​ຕ້ອນຮັບ, ​ແບ່ງປັນ​ກັບ​ບັນດາ​ການ​ນຳ, ວິ​ສາ​ຫະກິດ​ຂອງ​ນະຄອນ​ໂຮ່ຈິ​ມິນ ​ແລະ ຫວຽດນາມ.

ຂ່າວ/ບົດ​ອື່ນ