ຍູ້ແຮງການຮ່ວມມືການປ້ອງກັນຊາດລະຫວ່າງ2ປະເທດຫວຽດນາມ-ສ.ເກົາຫຼີ
ທ່ານ ພົນເອກ ຟຸ່ງກວາງແທງ ຕ້ອນຮັບທ່ານ ລັດຖະມົນຕີວ່າ
ການກະຊວງປ້ອງກັນປະເທດ ສ.ເກົາຫຼີ Han Min-Koo
(ພາບ: Tung Đinh)
(vovworld) – ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ສ.ເກົາຫຼີ Han Min-Koo ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 27-29/5, ຕາມຄຳເຊີນຂອງທ່ານພົນເອກ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມ ຟຸ່ງກວາງແທງ. ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການໃນວັນທີ 28/5, ຄະນະຜູ້ແທນທະຫານຂັ້ນສູງ ຫວຽດນາມ ໂດຍທ່ານ ລັດຖະມົນຕີ ຟຸ່ງກວາງແທງ ເປັນຫົວໜ້າຄະນະ ແລະ ຄະນະຜູ້ແທນທະຫານຂັ້ນສູງ ສ.ເກົາຫຼີ ໂດຍທ່ານລັດຖະມົນຕີ Han Min-Koo ເປັນຫົວໜ້າຄະນະ ໄດ້ດຳເນີນການເຈລະຈາ, ປຶກສາຫາລືບັນດາມາດຕະການຮ່ວມມືປ້ອງກັນຊາດລະຫວ່າງ 2 ຝ່າຍໃນໄລຍະຈະມາເຖິງ. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງທ່ານ Han Min-Koo ໃນຖານະເປັນລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ສ.ເກົາຫຼີ. ສະນັ້ນ, 2 ຝ່າຍ ປາດຖະໜາວ່າ: ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງຄະນະຜູ້ແທນທະຫານຂັ້ນສູງ ສ.ເກົາຫຼີ ຈະປະກອບສ່ວນສ້າງກຳລັງໜູນໃໝ່ເພີ່ມທະວີພັດທະນາການພົວພັນມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ລະຫວ່າງ ກອງທັບ ແລະ ປະຊາຊົນ 2 ປະເທດໃນໄລຍະຈະມາເຖິງ. ພ້ອມທັງເພີ່ມທະວີການພົວພັນໃນຂົງເຂດປ້ອງກັນຊາດພັດທະນາຢ່າງຮອບດ້ານ, ສົມກັບການພົວພັນຮ່ວມມື, ຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ສ.ເກົາຫຼີ.