(vovworld) - ຕອນເຊົ້າວັນທີ 22/08, ຢູ່ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ ໄດ້ມີການພົບປະກັບຄະນະຜູ້ແທນເຂົ້າຮ່ວມງານພົບປະແລກປ່ຽນ “ສື່ມວນຊົນ - ວິສາຫະກິດສຳລັບພາລະກິດເສດຖະກິດສາກົນ” ໂດຍສະມາຄົມນັກຂ່າວຫວຽດນາມ ຈັດຕັ້ງ. ກ່າວຄຳເຫັນທີ່ງານພົບປະ, ທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ ເນັ້ນໜັກວ່າ, ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ເພື່ອແນໃສ່ລະດົມກຳລັງໃຈ, ຮັບຮູ້ບັນດາການປະກອບສ່ວນຂອງສື່ມວນຊົນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ພິເສດແມ່ນໃນວຽກງານຖະແຫຼງຂ່າວ, ໂຄສະນາເພື່ອຮັບໃຊ້ການພັດທະນາເສດຖະກິດ, ສັງຄົມ, ການເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດ. ທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ ເນັ້ນໜັກວ່າ, ວຽກງານສື່ມວນຊົນຕ້ອງມີການປ່ຽນໃໝ່ຢ່າງບໍ່ຢຸດຢັ້ງ, ເສີມຂະຫຍາຍບົດບາດເປັນເຈົ້າການໃນການ, ກຳນົດທິດດ້ານຂໍ້ມູນຂ່າວ, ສ້າງຄວາມເຫັນດີເຫັນພ້ອມໃນປະຊາຊົນ ແລະ ທົ່ວສັງຄົມກວ່າອີກ.