ຍູ້ແຮງວຽກງານອະນຸລັກຮັກສາວັດທະນະທຳບັນດາເຜົ່າຫວຽດນາມ

(VOVWORLD) -ວາລະປະຊຸມຄົບຄະນະຄັ້ງທີ 5 ຂອງສະພາຊົນເຜົ່າຂອງສະແຫ່ງຊາດຫວຽດນາມ ຊຸດທີ 14 ສືບຕໍ່ດຳເນີນໃນວັນທີ 21 ຕຸລາ, ຢູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າຫວຽດນາມ (ເຊີນໄຕ, ຮ່າໂນ້ຍ)

ດ້ວຍການເຂົ້າຮ່ວມຂອງທ່ານນາງ ຕ່ອງທິຟ໋ອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຕ່ອງທິຟ໋ອງ. ເນັ້ນໜັກວ່າ, ວຽກງານຊົນເຜົ່າຍາມໃດກໍ່ແມ່ນບັນຫາຍຸດທະສາດ, ໄດ້ຮັບຄວາມສົນໃຈຢ່າງຍາວນານຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ. ວາລະປະຊຸມຄົບຄະນະຄັ້ງທີ 5 ຂອງສະພາຊົນເຜົ່າ ໄດ້ປຶກສາຫາລື, ປະກອບຄຳເຫັນເຂົ້າໃນການອະນຸລັກຮັກສາວັດທະນະທຳບັນດາເຜົ່າ; ບັນຫາວາງແຜນນະໂຍບາຍ, ນຳໃຊ້ແຫຼ່ງທຶນງົບປະມານເພື່ອອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າ. ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຕ່ອງທິຟ໋ອງ ຢືນຢັນວ່າ.

        “ຫຼັກການຂອງວຽກງານຊົນເຜົ່າຂອງພັກອມມູນິດຫວຽດນາມ ຍົກອອກມານັ້ນແມ່ນ, ປະຊາຊົນບັນດາເຜົ່າຫວຽດນາມ ມີຄວາມສະເໝີພາບ, ສາມັກຄີ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມກັນພັດທະນາ ທີ່ໄດ້ຮັບການຢັ້ງຢືນ. ນີ້ແມ່ນໜຶ່ງໃນບັນດາຜົນງານສຳຄັນພິເສດ”.

ຕອບກັບ

ຂ່າວ/ບົດ​ອື່ນ