ດັກລັກ ປຸກລະດົມການເສັງຊອກຮູ້ ປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ

ດັກລັກ ປຸກລະດົມການເສັງຊອກຮູ້ ປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ - ảnh 1

(vovworld) – ​ຕອນ​ເຊົ້າ​ວັນ​ທີ 10/7, ຄະນະ​ພັກ​ແຂວງ ດັກ​ລັກ ປຸກລະດົມ​ການ​ເສັງ​ຊອກ​ຮູ້​ປະຫວັດສາດ​ການ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ, ລາວ - ຫວຽດນາມ. ສະມາຊິກ​ຄະນະຊາວ​ໜຸ່ມ, ຊາວ​ໜຸ່ມ 300 ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ພິທີ​ປຸກລະດົມ​. ​ໂດຍ​ໄດ້​ຮັບ​ການ​​ແນ​ະນຳ​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ສຳຄັນ​ຂອງ​ການ​ເສັງ​ຈາກຄະນະ​ຈັດ​ຕັ້ງ​. ​ເອື້ອຍ Nguyen Thuy Linh, ຜູ້​ເຂົ້າຮ່ວມການ​ເສັງ​ເວົ້າ​ວ່າ:

“ຂ້າພະ​ເຈົ້າ​ຈະຕັ້ງໜ້າ​ຕອບ​ສະໜອງ​ການ​ເສັງ​ນີ້ ​ແລະ ຕັ້ງໜ້າ​ໂຄສະນາ​ປຸກລະດົມ​ໝູ່ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ ​ແລະ ປະຊາຊົນ ​ຕອບ​ສະໜອງ​ການ​ເສັງ​ນີ້. ພວກ​ຂ້າພະ​ເຈົ້າ​ເຂົ້າ​ໃຈ​​ໄດ້​ວ່າ: ນີ້​ແມ່ນການ​ເຄື່ອນ​ໄຫວທີ່ມີ​ຄວາມ​ໝາຍ​ແທດ​ຈິງ ​ໃນ​ການ​ສຶກສາ​ມູນ​ເຊື້ອ​ໃຫ້​ແກ່​ລຸ້ນໜຸ່ມ. ​​ເຂົ້າ​ຮ່ວມ​ການ​ເສັງ​ນີ້, ພວກ​ຂ້າພະ​ເຈົ້າ​ຈະ​ມີ​ໂອກາດ​​ເພື່ອຊອກ​ຫາ​ກ່ຽວກັບ​ປະຫວັດຄວາມ​ເປັນ​ມາ ​ແລະ ການ​ພັດທະນາ​ຂອງ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ​ເລິກ​ເຊິ່ງກ່ວາ​ອີກ, ຈາກ​ນັ້ນ, ຍົກ​ສູງ​ສະຕິ​ຄວາມ​ຮັບຜິດຊອບ ​ແລະ ການ​ກະທຳ​ຂອງ​ລຸ້ນໜຸ່ມ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ​ທີ່​ດີງາມຂອງ​ສອງ​ປະ​ເທດຫວຽດນາມ - ລາວ”


ຂ່າວ/ບົດ​ອື່ນ