ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫ້ວທີ່ພິທີ |
(vovworld)- ຕອນເຊົ້າວັນທີ 26/2, ຢູ່ແຂວງດົງທາບ, ສູນກາງຄະນະຊາວໜຸ່ມກອມມູນິດຫວຽດນາມໄດ້ຈັດພິທີດຳເນີນເດືອນຊາວໜຸ່ມ 2017 ດ້ວຍຫົວຂໍ້ “ ໄວໜຸ່ມຮ່ວມແຮງຮ່ວມໃຈສ້າງຊົນນະບົດໃໝ່ ແລະ ອະລິຍະທຳເຂດຕົວເມືອງ” ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫ້ວ ໄດ້ຊີ້ແຈ້ງວ່າ :
“ ໃນເດືອນຊາວໜຸ່ມ ກໍຄືໃນໄລຍະທີ່ຈະມາເຖິງ, ບັນດາການເຄື່ອນໄຫວຂອງຄະນະຊາວໜຸ່ມເຂົ້າຮ່ວມການສ້າງຊົນນະບົດໃໝ່ ແລະ ອະລິຍະທຳເຂດຕົວເມືອງຄວນມີການເລືອກເຟັ້ນເນື້ອໃນຢ່າງມີຈຸດສຸມ, ສອດຄ່ອງກັບເງື່ອນໄຂ, ຄວາມສາມາດຂອງອົງການຊາວໜຸ່ມໃນແຕ່ລະຂັ້ນ, ແຕ່ລະທ້ອງຖິ່ນ, ຫົວໜ່ວຍ. ເພື່ອປະຕິບັດບັນດາຈຸດສຸມດັ່ງກ່າວເປັນຢ່າງດີ, ພ້ອມກັບການເສີມຂະຫຍາຍກຳລັງແຮງພາຍໃນຂອງອົງການຊາວໜຸ່ມສະມາຊິກຊາວໜຸ່ມ, ໄວໜຸ່ມ, ຄະນະຊາວໜຸ່ມຂັ້ນຕ່າງໆຄວນເປັນເຈົ້າການຂົນຂວາຍແຫຼ່ງກຳລັງ, ຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນ ແລະ ບັນດາກຳລັງສັງຄົມ”