ການນຳສູນກາງຊາວໜຸ່ມມອບຂອງຂັວນໃຫ້ແກ່ເປົ້າໝາຍປະສົບກັບຄວາມຫຍຸ້ງຍາກຢູ່ເມືອງຊອກເຊີນ |
(vovworld)- ຕອນຄ່ຳວັນທີ 9/5, ຢູ່ເຂດອຸດສາຫະກຳ ໂນ້ຍບາຍທີ່ເມືອງຊອກເຊີນ, ຮ່າໂນ້ຍ, ໄດ້ດຳເນີນລາຍການ ຕໍ່ກຳລັງແຮງໃຫ້ຊາວໜຸ່ມກຳມະກອນ. ນີ້ແມ່ນການເຄື່ອນໄຫວຖືກຈັດຂຶ້ນຢູ່ຮ່າໂນ້ຍເປັນຄັ້ງທຳອິດ ຊຶ່ງມີການເຂົ້າຮ່ວມຂອງ ຊາວໜຸ່ມກຳມະກອນເກືອບ 7.000 ຄົນ. ໃນລາຍການຜູ້ຕາງໜ້າສູນກາງ
ຊາວໜຸ່ມ ແລະ ຂະແໜງການຕ່າງໆທີ່ມີໜ້າທີ່ຮັບຜິດຊອບ ໄດ້ແລກປ່ຽນກັບ ຊາວໜຸ່ມກຳມະກອນ, ໃຫ້ຄຳປຶກສາແກ່ ຊາວໜຸ່ມກຳມະກອນກ່ຽວກັບກາລະໂອກາດຮ່ຳຮຽນ, ຍົກສູງວິຊາການຊ່າງ…..ນາງ ຫງວຽນທິລວານກຳມະກອນເຮັດວຽກໃນເຂດອຸດສາຫະກຳ ໂນ້ຍບາຍທີ່ເມືອງຊອກເຊີນ, ຮ່າໂນ້ຍ ໃຫ້ຮູ້ວ່າ
“ ລາຍການກໍມີຂອງຂວັນ ເຖິງວ່ານ້ອຍໆກໍຕາມ, ແຕ່ກໍປະກອບສ່ວນຢ່າງໃຫຍ່ຫຼວງເພື່ອລະດົມກຳລັງໃຈໃຫ້ແກ່ອ້າຍເອື້ອຍນ້ອງກຳມະກອນພວກຂ້າພະເຈົ້າ, ພ້ອມທັງຊ່ວຍໃຫ້ຊາວໜຸ່ມກຳມະກອນພວກຂ້າພະເຈົ້າເຂົ້າໃຈແຈ້ງກວ່າກ່ຽວກັບຄວາມຫຍຸ້ງຍາກ, ບັນດາກົນໄກ, ນະໂຍບາຍຊຶ່ງພັກ, ລັດສະຫງວນໃກ່ກຳມະກອນ ”