ຕ້ອນຮັບບຸນເຕັດພ້ອມກັບເພື່ອນມິດສາກົນ
ແຂວງ ເງ້ອານ ໄດ້ຈັດຕັ້ງລາຍການ “ຕ້ອນຮັບບຸນເຕັດ
ປີມະແມ 2015 ພ້ອມກັບເພື່ອນມິດສາກົນ
ພາບ:baonghean.vn
|
(vovworld)- ຕອນຄ່ຳວັນທີ 6/2 ຢູ່ ນະຄອນ ວີງ, ຄະນະກຳມະການປະຊາຊົນ ແຂວງ ເງ້ອານ ໄດ້ຈັດຕັ້ງລາຍການ “ຕ້ອນຮັບບຸນເຕັດປີມະແມ 2015 ພ້ອມກັບເພື່ອນມິດສາກົນ”. ນີ້ແມ່ນລາຍການສະຫງວນໃຫ້ແກ່ຊາວຕ່າງປະເທດໄດ້ມີການປະກອບສ່ວນເຂົ້າໃນກິດຈະການພັດທະນາເສດຖະກິດສັງຄົມຂອງແຂວງ ເງ້ອານ. ການນຳແຂວງ ເງ້ອານ ໄດ້ຕີລາຄາສູງບັນດາຜູ້ຊ່ຽວຊານ, ນັກລົງທຶນ ໄດ້ມາເຮັດວຽກຢູ່ ແຂວງ ເງ້ອານ, ຮ່ວມແຮງຮ່ວມໃຈເພື່ອສ້າງສາແຂວງ ເງ້ອານ ພັດທະນາ ແລະ ປາດຖະຫນາຈະໄດ້ຮັບການຮ່ວມມືຢ່າງຕັ້ງຫນ້າ, ມີປະສິດທິຜົນຈາກບັນດາຜູ້ຊ່ຽວຊານ, ນັກລົງທຶນຕ່າງປະເທດ. ໃນວັນດຽວກັນ, ຄະນະກຳມະການປະຊາຊົນນະຄອນ ດາຫນັງ ກໍໄດ້ຈັດລາຍການພົບປະສັງສັນກັບຊາວຕ່າງປະເທດໃນໂອກາດບຸນປີໃຫມ່ປີມະແມ ເຊັ່ນດຽວກັນ.