ຖ້ຳຫລວງຂອງ ໄທ ຈະກາຍເປັນພິພິທະພັນ

(VOVWORLD) - ລະບົບຖ້ຳຫລວງຢູ່ແຂວງ ຊຽງຣາຍ ທາງພາກເໜືອ ໄທ, ເຊິ່ງແມ່ນສະຖານທີ່ເຊິ່ງສະມາຊິກທີມບານເຕະ 12 ຄົນ ພ້ອມດ້ວຍຄູຝຶກທີ່ຫາກໍ່ໄດ້ຮັບການກອບກູ້ເອົາຊີວິດໄດ້ຢ່າງປອດໄພ
ຖ້ຳຫລວງຂອງ ໄທ ຈະກາຍເປັນພິພິທະພັນ - ảnh 1ຖ້ຳຫລວງຂອງ ໄທ ຈະກາຍເປັນພິພິທະພັນ ພາບ:AFP/TTXVN 

ພາຍຫລັງຖືກຕິດຄ້າງຢູ່ໃນຖ້ຳເປັນເວລາກ່ວາ 2 ອາທິດ, ຖ້ຳຫລວງແຫ່ງນີ້ຈະຫັນປ່ຽນເປັນພິພິທະພັນ ວາງສະແດງການເຄື່ອນໄຫວກອບກູ້ເອົາຊີວິດ.

        ທ່ານ ນະລົງສັກ ໂອສົດທະນາກອນ ຜູ້ບັນຊາບັ້ນກອບກູ້ເອົາຊີວິດ, ໄດ້ຍົກອອກຄຳຖະແຫຼງດັ່ງກ່າວໃນວັນທີ 11 ກໍລະກົດ, ພາຍຫລັງບັ້ນກອບກູ້ເອົາຊີວິດສິ້ນສຸດລົງຢ່າງຈົບງາມເປັນເວລາ 1 ວັນ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ ນະລົງສັກ ໂອສົດທະນາກອນ ໃຫ້ຮູ້ວ່າ ບໍລິເວນນີ້ຈະກາຍເປັນເຂດພິພິທະພັນຢ່າງຊີວິດຊີວາ ເພື່ອວາງສະແດງການເຄື່ອນໄຫວກອບກູ້ເອົາຊີວິດຂອງທີມບານເຕະຊື່ງໄດ້ປະຕິບັດຄືແນວໃດ. ຮາກຖານຂໍ້ມູນການກະທົບຕອບຈະໄດ້ສ້າງຕັ້ງ ແລະ ສະຖານທີ່ແຫ່ງນີ້ ຈະກາຍເປັນສະຖານທີ່ທ່ອງທ່ຽວດູດດື່ມຂອງ ໄທ.

ຕອບກັບ

ຂ່າວ/ບົດ​ອື່ນ