ທູດພິເສດດ້ານນິວເຄຼຍອາເມລິກາປະຕິບັດງານຢູ່ອາຊີຕາເວັນອອກສ່ຽງເໜືອ
ທູດພິເສດຂອງ ອາເມລິກາ ທ່ານ Sydney Seiler
(ພາບ: koogle.tv)
(vovworld) – ວັນທີ 27/10, ທູດພິເສດຂອງ ອາເມລິກາ ຮັບຜິດຊອບການເຈລະຈາ 6 ຝ່າຍ ກ່ຽວກັບບັນຫານິວເຄຼຍຂອງ ສ. ເກົາຫຼີ Sydney Seiler ໄປຍັງ ເຊີອູນ ເພື່ອເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບຂໍ້ລິເລີ່ມສັນຕິພາບໂດຍປະທານາທິບໍດີ ສ. ເກົາຫຼີ Park Geun – Hye ສະເໜີ. ນີ້ແມ່ນປະເທດທຳອິດໃນການໄປປະຕິບັດງານຢູ່ ອາຊີ ຕາເວັນອອກສ່ຽງເໜືອເຖິງ ສ. ເກົາຫຼີ, ຈີນ ແລະ ຍີ່ປຸ່ນ ເພື່ອປຶກສາຫາລືກ່ຽວກັບນະໂຍບາຍສຳລັບ ສປປ ເກົາຫຼີຂອງທ່ານ Seiler. ໃນການຢ້ຽມຢາມນີ້, ທ່ານ Seiler ມີການພົບປະກັບບັນດາເຈົ້າໜ້າທີ່ຂັ້ນສູງຂອງປະເທດເຈົ້າພາບຮັບຜິດຊອບບັນດາບັນຫານິວເຄຼຍໃນແຫຼມ ເກົາຫຼີ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ເຊີອູນ, ທ່ານ Seiler ຊີ້ແຈ້ງວ່າ: 2 ຝ່າຍປຶກສາຫາລືບັນດາວິທີເພື່ອ “ສືບຕໍ່ບັນດາການເຈລະຈາ 6 ຝ່າຍ ແລະ ພ້ອມກັນຮ່ວມມືເພື່ອສ້າງບັນດາເງື່ອນໄຂຈຳເປັນໃຫ້ແກ່ການເຊື່ອມຕໍ່ການເຈລະຈາຄືນໃໝ່ ກໍ່ຄືສົມທົບກັນປະຕິບັດນະໂຍບາຍສຳລັບ ສປປ ເກົາຫຼີ”.
ການຢ້ຽມຢາມຂອງທ່ານ Seiler ດຳເນີນໄປພາຍຫຼັງ ອາເມລິກາ ແລະ ສ.ເກົາຫຼີ ກະຕຸກຊຸກຍູ້ ສປປ ເກົາຫຼີ ກັບຄືນສູ່ໂຕະເຈລະຈາ 6 ຝ່າຍກ່ຽວກັບໂຄງການນິວເຄຼຍຂອງປະເທດນີ້ຖັດຈາກການເຈລະຈາ “2+2” ລະຫວ່າງກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ 2 ປະເທດຢູ່ນະຄອນຫຼວງ ວໍຊິງຕັນພຽງ 2, 3 ວັນ.