ທູດພິເສດລວມຂອງ ສປຊ ຮຽກຮ້ອງການ ຢຸດຍິງຊົ່ວຄາວຢູ່ຊີຣີ

ທູດພິເສດລວມຂອງ ສປຊ ຮຽກຮ້ອງການ ຢຸດຍິງຊົ່ວຄາວຢູ່ຊີຣີ  - ảnh 1

​(ພາບ:tienphong.vn)

(TTX)- ວັນ​ທີ 15/10, ທູດ​ພິ​ເສດ​ລວມຂອງ ສປຊ ​ແລະ ສະຫະພາບ​ອາຣັບ ຢູ່​ຊີຣີ, ທ່ານ Lakhdar Brahim ​ໄດ້​ຮຽກຮ້ອງ​ໃຫ້​ມີ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຢຸດ​ຍິງ​ຢູ່​ຊີຣີ ​ໃນ​ໄລຍະ​ດຳ​ເນີນ​ງານ​ບຸນ Eid al-Adha ຂອງ​ຊາວ​ມຸດ​ສະ​ລິ​ມ​ໃນ​ທ້າ​ນ​ເດືອຍ​ນີ້. ງານ​ບຸນ​ດັ່ງກ່າວ​ເປັນ​ຂີດ​ໝາຍ​ຂອງ​ຂະ​ບວນການ​​ສະ​ແຫວ​ງບຸນ​ປະຈຳ​ປີ​ຂອງ​ຊາວ​ມຸດ​ສະ​ລິ​ມ. ທ່ານ ​Brahim ໄດ້​ຍົກ​ອອກຄຳ​ຮຽກຮ້ອງ​ດັ່ງກ່າວ ພາຍຫຼັງ​ໄດ້​ໄປ​ຢ້ຽມຢາມ​ອີຣັກ ​ແລະ ອີຣານ ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ໃຫ້​ແກ່​ບັນຫາ​ຊີຣີ, ຂະນະ​ທີ່​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ປະ​ເທດ​ນີ້​ໃນ​ເວລາ 20 ​ເດືອນ​ໄດ້​ເຮັດ​ໃຫ້​ປະຊາຊົນປະມານ 33.000 ຄົນເສຍ​ຊີ​ວິດ​. ປະຈຸ​ບັນ, ທ່ານ Brahim ພວມ​ຊັ່ງຊາ​ອະນຸຍາດ​​ໃຫ້ສົ່ງກຳລັງ​ປົກ​ປັກ​ຮັກສາ​ສັນຕິພາບ​ໄປ​ຍັງ​ຊີຣີ ຖ້າ​ຫາກ​ວ່າ​ຂໍ້​ຕົກລົງ​ກ່ຽວ​ກັບ​ດ້ານ​ການ​ເມືອງ​ໄດ້​ຮັບ​ການ​ຮັບຮອງ​ເອົາ.

ຂ່າວ/ບົດ​ອື່ນ