(vovworld) – ວັນທີ 21/5, ຄະນະພັກແຂວງ ບິນດິງ ໄດ້ຈັດຕັ້ງກອງປະຊຸມລາຍງານໝາກຜົນກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ 11 (ທີ່ດຳເນີນແຕ່ວັນທີ 7 – 15/5 ຢູ່ຮ່າໂນ້ຍ) ໃຫ້ພະນັກງານ, ອົງການພັກແຕ່ຂັ້ນເມືອງຂຶ້ນໄປ, ການນຳຫຼັກແຫຼ່ງຂອງແຂວງ.
ແລະກໍໃນວັນທີ 21/5, ຄະນະພັກແຂວງ ແຄ໋ງຮ່ວາ ໄດ້ຈັດຕັ້ງ 2 ກອງປະຊຸມລາຍງານໝາກຜົນກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ 11 ໃຫ້ແກ່ ພະນັກງານຫຼັກແຫຼ່ງຂອງແຂວງ ແລະ ພະນັກງານຂັ້ນສູງທີ່ໄດ້ພັກກິນເບ້ຍບຳນານໃນບໍລິເວນນະຄອນ ຍາຈາງ ແຂວງ ແຄ໋ງຮ່ວາ ກ່ວາ 600 ທ່ານ. ການນຳຄະນະພັກແຂວງ ບິນດິງ ແລະ ແຄ໋ງຮ່ວາ ໄດ້ແຈ້ງໃຫ້ບັນດາຜູ້ແທນໄດ້ຮັບຊາບບັນດາບັນຫາຈຸດສຸມທີ່ກອງປະຊຸມສູນກາງພັກຄັ້ງທີ 5 ໄດ້ປຶກສາຫາລື, ສະຫຼຸບ ເຊິ່ງລວມມີ: ສະຫຼຸບການປະຕິບັດລັດຖະທຳມະນູນປີ 1992 ແລະ ຄົ້ນຄ້ວາປັບປຸງ, ເພີ່ມເຕີມບາງເນື້ອໃນຂອງລັດຖະທຳມະນູນ, ປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍທີ່ດິນ, ຕີລາຄາໝາກຜົນ 5 ປີແຫ່ງການປະຕິບັດມະຕິສູນກາງພັກຄັ້ງທີ 3 ຊຸດທີ 10 ກ່ຽວກັບການປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ, ການຟຸມເຟືອຍ, ບາງບັນຫາກ່ຽວກັບນະໂຍບາຍສັງຄົມ, ເງິນເດືອນ ແລະ ການອຸດໜູນພິເສດໃຫ້ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.