(ການເຕີບໂຕດ້ານເສດຖະກິດຄາດວ່າບັນລຸລະດັບ 5,3% ໃນປີ 2013)
(vovworld) - ວັນທີ 12/07, ຢູ່ຮ່າໂນ້ຍ ທະນາຄານໂລກ (WB) ປະຈຳຫວຽດນາມ ໄດ້ປະກາດບົດລາຍງານອັບດັດ ສະພາບພັດທະນາເສດຖະກິດຂອງຫວຽດນາມ. ໃຫ້ຂໍ້ສັງເກດກ່ຽວກັບແງ່ຫວັງການເຕີບໂຕຂອງພື້ນຖານເສດຖະກິດຫວຽດນາມ, ຜູ້ຊ່ຽວຊານດ້ານເສດຖະກິດ ຫົວໜ້າ WB ປະຈຳຫວຽດນາມ ທ່ານ Deepak K.Mishra ໃຫ້ຮູ້ວ່າ: ການເຕີບໂຕດ້ານເສດຖະກິດຄາດວ່າບັນລຸລະດັບ 5,3% ໃນປີ 2013 ແລະ ປະມານ 5,4% ໃນປີ 2014; ຄາດວ່າໄພເງິນເຟີ້ຈະເພີ່ມຂຶ້ນປະມານ 8,2% ໃນທ້າຍປີ 2013. ທ່ານ Deepak K.Mishra ເນັ້ນໜັກວ່າ ໃນໄລຍະຜ່ານມາ, ລັດຖະບານໄດ້ນຳໃຊ້ນະໂຍບາຍເງິນຕາ ແລະ ການເງິນ ເພື່ອຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ຍ້ອນເຫດນັ້ນ ເສດຖະກິດມະຫາພາກຂອງຫວຽດນາມ ມີບຄວາມໝັ້ນຄົງພໍສົມຄວນ. WB ກໍ່ຕີລາຄາສູງເລື່ອງສ້າງຕັ້ງບໍລິສັດຄຸ້ມຄອງຊັບສິນຂອງບັນດາອົງການສິນເຊື່ອ, ຖືວ່າ ນີ້ແມ່ນບາດກ້າວຢ່າງລະອຽດຂອງລັດຖະບານໃນການແກ້ໄຂໜີເສຍ. ແຕ່ວ່າ, ທ່ານ Deepak K.Mishra ກໍ່ຊີ້ອອກບັນດາການທ້ທາຍສຳລັບເສດຖະກິດມະຫາພາກຂອງຫວຽດນາມ, ໃນນັ້ນວິວັດການປະຕິຮູບຍັງຊັກຊ້າ, ໂດຍສະເພາະແມ່ນການປະຕິຮູບລັດວິສາຫະກິດ. ຫວຽດນາມ ຕ້ອງມີກົນໄກປະສານງານລະຫວ່າງຂະແໜງຢ່າງມີປະສິດທິຜົນ ແລະ ເພີ່ມທະວີລັກສະນະໂປ່ງໄສ.