(ພາບປະກອບຈາກ AFP/TTXVN)
|
(vovworld) – ອາເມລິກາ ແລະ ອາຣັບບິ ຊະອຸດິ ປະກາດຄຳສັ່ງຢຸດຍິງເປັນເວລາ 5 ວັນຢູ່ Yemen, ເລີ່ມແຕ່ເວລາ 23 ໂມງ ວັນທີ 12/5 ເພື່ອແນໃສ່ສ້າງເງື່ອນໄຂໃຫ້ບັນດາການເຄື່ອນໄຫວຊ່ວຍບັນເທົາທຸກໂດຍມະນຸດສະທຳ. ດ້ວຍຖະແຫຼງການຢຸດຍິງນີ້, ສະຫະພັນບັນດາປະເທດ ອາຣັບ, ໂດຍ ອາຣັບບິ ຊະອຸດິ ນຳໜ້າ, ຈະຢຸດຕິບັ້ນຮົບບຸກໂຈມຕີທາງອາກາດແນໃສ່ບັນດາເປົ້າໝາຍຂອງກຸ່ມປະກອບອາວຸດ Houthi ຢູ່ Yemen. ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາຣັບບິ ຊະອຸດິ Adel al – Jubeir ໃຫ້ຮູ້ວ່າ: ຄຳສັ່ງຢຸດຍິງຍ້ອນສາຍເຫດມະນຸດສະທຳນີ້ອາດຈະໄດ້ແກ່ຍາວຖ້າຫາກມີຜົນສັດສິດ. ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ John Kerry ກະຕຸກຊຸກຍູ້ບັນດາມືປືນ Houthi ຂຶ້ນກັບນິກາຍ ຊີອະ ຈົ່ງເຄົາລົບ ແລະ ຍອມຮັບຄຳສັ່ງຢຸດຍິງມະນຸດສະທຳດັ່ງກ່າວ.