ທະຫານປະສົມອາຣັບບຸກໂຈມຕີທາງອາກາດໃສ່ເຂດຊຸມຊົນ
ພາບ:vietnamplus.vn
|
(vovworld) -ວັນທີ 1/5, ບັນດາແຫລ່ງຂ່າວການແພດ ແລະ ຜູ້ພະຍານໃຫ້ຮູ້ວ່າ ທະຫານປະສົມບັນດາປະເທດ ອາຣັບ ຕ້ານກຳລັງລຸກຮື້ຂຶ້ນ Houthi ຢູ່ Yemen ໄດ້ດຳເນີນການບຸກໂຈມຕີທາງອາກາດຜິດເປົ້າໝາຍໃສ່ເຂດຊຸມຊົນ ທີ່ຂຶ້ນກັບນະຄອນຫລວງ Sanaa ໃນຄ່ຳຄືນວັນທີ 30/4 ຊື່ງເຮັດໃຫ້ສາມັນຊົນ ຢ່າງຫນ້ອຍສຸດ 21 ຄົນຖືກເສຍຊີວິດ. ຕາມຊາວທ້ອງຖິ່ນແລ້ວ, ທະຫານປະສົມ ບັນດາປະເທດອາຣັບ ໂດຍ ຊາອຸດີດ ອາຣັບບີ ນຳຫນ້າ ໄດ້ຖີ້ມລະເບີດລົງເຂດຊຸມຊົນ Sawan ໃນຄ່ຳຄືນ ໄດ້ກໍ່ຄວາມເສຍຫາຍໃຫ້ເຂດນີ້ທັງໝົດ, ໃນນັ້ນ ມີເຮືອນຊານ 9 ຫລັງຖືກທຳລາຍຢ່າງຫນັກ. ພາລະກອນການແພດໃຫ້ຮູ້ວ່າ: ນອກຈາກ 21 ຄົນຖືກ ເສຍຊີວິດດັ່ງກ່າວ, ຍັງມີ 11 ຄົນຖືກບາດເຈັບ.