(ພາບ:bao moi.com)
(vovworld) - ໃນເວລາ 0 ໂມງຂອງຕອນເຊົ້າວັນທີ 10/2 ໝາຍເຖິງວັນທີ 1 ຂອງບຸນເຕັດ, ທ່າກຳປັ່ນດ່ານັງ ໄດ້ຕ້ອນຮັບກຳປັ່ນສອງລຳທຳອິດໃນປີໃໝ່ມະເສັງ. ໃນປີ 2013 ນີ້, ທ່າກຳປັ່ນດ່ານັງ ສູ້ຊົນບັນລຸລະດັບເຕີບໂຕ 10%, ທ່ານຫງວຽນທູ, ຜູ້ອຳນວຍການໃຫ່ຍທ່າກຳປັ່ນດ່ານັງ ໃຫ້ຮູ້ວ່າ:
“ທ່າກຳປັ່ນດ່ານັງ ເລືອກເອົາປີ 2013 ແມ່ນປີແຫ່ງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ເພື່ອເປັນຈຸດໝາຍສູ້ຊົນ. ພວກຂ້າພະເຈົ້າຈະສຸມໃສ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງອຸປະກອນດ້ວຍຍອດຈຳນວນເງິນລົງທຶນກ່ວາ 210 ຕື້ດົ່ງ.“