ທ່ານທອງສິງທຳມະວົງ ໃຫ້ການຕ້ອນຮັບເອກອັກ ຄະລັດຖະທູດຫວຽດນາມ
(ພາບ:vietnamplus.vn)
(vovworld) - ຕອນບ່າຍວັນທີ 7/12, ທ່ານນາຍົກລັດຖະມົນຕີລາວທອງສິງ ທຳມະວົງ ໄດ້ໃຫ້ການຕ້ອນຮັບທ່ານຫງວຽນແມ້ງຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ໃນໂອກາດທ່ານມາຮັບໜ້າທີ່ຢູ່ ສປປ ລາວ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີລາວທອງສິງ ທຳມະວົງ ຖືວ່າ: ສອງປະເທດຕ້ອງມີຄວາມມານະພະຍາຍາມຫຼາຍກ່ວາອີກ ເພື່ອເພີ່ມພູນຄູນສ້າງນ້ຳໃຈສາມັກຄີແບບພິເສດ, ການສະໜິດຕິດພັນລະຫວ່າງຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ. ໃນໄລຍະທີ່ຈະມາເຖິງ, ສອງຝ່າຍຕ້ອງແລກປ່ຽນເປັນປະຈຳເພື່ອນັບມື້ນັບຈະຍົກສູງປະສິດທິຜົນການຮ່ວມມື. ທ່ານນາຍົກລັດຖະມົນຕີລາວທອງສິງ ທຳມະວົງ ໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂອຳນວຍຄວາມສະດວກ, ຊ່ວຍເຫຼືອທ່ານເອກອັກຄະລັດຖະທູດຫງວຽນແມ້ງຮຸ່ງ ກໍ່ຄືສະຖານທູດຫວຽດນາມ ປະຈຳລາວ ປະຕິບັດໜ້າທີ່ຊື່ງພັກ ແລະ ລັດຫວຽດນາມມອບໝາຍໃຫ້ສຳເລັດ. ສ່ວນທ່ານເອກອັກຄະລັດຖະທູດຫງວຽນແມ້ງຮຸ່ງ ໄດ້ຝາກຄຳຢ້ຽມຢາມຖາມຂ່າວຂອງທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ, ທ່ານປະທານປະເທດເຈືອງເຕີນຊາງ, ທ່ານນາຍົກລັດຖະມົນຕຫງວຽນເຕີນຢຸງ ມາຍັງທ່ານນາຍົກລັດຖະມົນຕີລາວທອງສິງ ທຳມະວົງ ແລະ ຢັ້ງຢືນວ່າທ່ານຈະພ້ອມກັບສະຖານທູດຫວຽດນາມ ປະຈຳລາວ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີແບບພິເສດ, ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຢ່າງໝັ້ນຄົງ.