ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນເລີ່ມຕົ້ນການຢ້ຽມຢາມສ.ອິນເດຍຢ່າງເປັນທາງການ
(ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ
ຢ້ຽມຢາມສະຖານທູດຫວຽດນາມ)
(vovworld) - ວັນທີ 08/12, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ໄປຮອດສະໜາມບິນການທະຫານ Palam ຢູ່ນະຄອນຫຼວງ New Delhi, ເລີ່ມຕົ້ນການຢ້ຽມຢາມສ.ອິນເດຍ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານປະທານສະພາສູງສ.ອິນເດີຍ Mohammad Hamid Ansrin ແລະ ທ່ານປະທານສະພາຕ່ຳສ.ອິນເດຍ Sumitra Mahajan.
ຕອນຄ່ຳວັນທີ 08/12, ຢູ່ນະຄອນຫຼວງ New Delhi, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ, ພົບປະກັບກັບປະຊາຄົມຊາວຫວຽດນາມ ອາໄສຢູ່ອິນເດຍ. ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢືນຢັນນະໂຍບາຍມະຫາສາມັກຄີທົ່ວປວງຊົນທັງຊາດຂອງພັກ ແລະ ລັດ ແມ່ນຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດດຳລົງຊີວິດຢ່າງໝັ້ນຄົງ, ເຊື່ອມໂຍງເຂົ້າປະເທດປະຈຳຖິ່ນ, ຊ່ວຍປະຊາຄົມຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ, ອ່ວຍເມືອຫາບ້ານເກີດເມືອງນອນ.
ທ່ານນາງປະທານສະພາແຫ່ງຊາດກໍຕີລາຄາສູງບັນດາການປະກອບສ່ວນຂອງສະຖານທູດຫວຽດນາມ ປະຈຳ New Delhi ໃນການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ - ອິນເດຍ. ທ່ານນາງປະທານສະພາແຫ່ງຊາດ ຢືນຢັນວ່າ, ຍາມໃດພັກ, ລັດ ແລະ ສະພາແຫ່ງຊາດກໍ່ເອົາໃຈໃສ່, ສະໜັບສະໜູນ ແລະ ສ້າງເງື່ອນໄຂເພືຶ່ອໃຫ້ບັນດາອົງການຕາງໜ້າຂອງຫວຽດນາມ ປະຈຳຕ່າງປະເທດເຄື່ອນໄຫວຢ່າງສະດວກທີ່ສຸດ, ປະກອບສ່ວນຮັບໃຊ້ປະພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ.