ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ເຂົ້າຮ່ວມການພົບປະສັງສັນແມ່ຍິງເຂດ 8

(VOVWORLD) -ສະຫະພັນແມ່ຍິງແຂວງເບັ໋ນແຈ່ ໄດ້ຈັດການພົບປະສັງສັນທີ່ເປັນມູນເຊື້ອຂອງແມ່ຍິງເຂດ 8 (ຕອນກາງພາກໃຕ້) ຄັ້ງທີ 19 ຂຶ້ນໃນຕອນບ່າຍວັນທີ 5 ສິງຫາ.

ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ເຂົ້າຮ່ວມການພົບປະສັງສັນແມ່ຍິງເຂດ 8 - ảnh 1 ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ຖ່າຍຮູບນໍາອະດີດພະນັກງານແມ່ຍິງເຂດ 8

(ພາບ: TTXVN)

ກ່າວຄໍາເຫັນທີ່ການພົບປະ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ຕາງໜ້າໃຫ້ພັກ, ລັດ ຫວຽດນາມສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ພະນັກງານຍິງລຸ້ນຕ່າງໆ, ພິເສດແມ່ນແມ່ຍິງເຂດ 8 ທີ່ໄດ້ສຸດອົກສຸດໃຈກໍ່ສ້າງ, ປະກອບສ່ວນໃຫ້ແຕ່ລະບາດກ້າວເຕີບໃຫຍ່ຂອງຂະບວນການແມ່ຍິງ, ປະກອບສ່ວນພ້ອມກັບພັກ, ລັດສ້າງບ້ານເກີດເມືອງນອນ ໃຫ້ນັບມື້ນັບສວຍງາມ, ຮັ່ງມີ ແລະສີວິໄລ ກວ່າເກົ່າ.

        ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ອວຍພອນໃຫ້ອະດີດພະນັກງານແມ່ຍິງເຂດ 8 ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ເປັນແບບຢ່າງ, ເປັນສາງວັດຖຸເອກະສານແຫ່ງຊີວິດ ສຶກສາອົບຮົມໄວໜຸ່ມກ່ຽວກັບປະຫວັດສາດແຫ່ງການຕໍ່ສູ້ປະຕິວັດຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ