ທ່ານນາງຮອງປະທານປະເທດ ເຂົ້າຮ່ວມລາຍການ “ຮ່ວມແຮງຮ່ວມໃຈ ເພື່ອບັນເທົ່າຄວາມເຈັບປວດຈາກທາດພິດສີສົ້ມ”

ທ່ານນາງຮອງປະທານປະເທດ ເຂົ້າຮ່ວມລາຍການ “ຮ່ວມແຮງຮ່ວມໃຈ ເພື່ອບັນເທົ່າຄວາມເຈັບປວດຈາກທາດພິດສີສົ້ມ” - ảnh 1
(ພາບປະກອບ)

(vovworld) - ຕອນ​ຄໍ່າວັນທີ 25/06, ທ່ານນາງຮອງປະທານປະເທດຫງວຽນທິຢວານ ໄດ້ເຂົ້າຮ່ວມລາຍການ “ຮ່ວມ​​ແຮງ​ຮ່ວມ​ໃຈເພື່ອ​ບັນ​ເທົ່າ​ເຈັບ​ປວດ​ຈາກ​ທາດ​ພິດ​ສີ​ສົ້ມ​” ​ເຊິ່ງດຳ​ເນີນ​ໄປ​ຢູ່​ແຂວງ​ຮ່າ​ນາມ. ລາຍການ​ເພື່ອ​ແບ່ງ​ປັບ​ຄວາມ​ເສຍ​ຫາຍ, ປົ່ມດ້ອຍ​ໃຫ້ບັນດາ​ຄອບຄົວ, ບັນດາ​ຜູ້​ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ພ້ອມ​ທັງຮັບຮູ້, ​ເຊີດ​ຊູ​ບັນດາ​ອົງການ, ສ່ວນ​ບຸກຄົນທີ່​ໄດ້​ສະໜັບສະໜູນຜູ້​ປະສົບເຄາະຮ້າຍຈາກທາດພິດສີສົ້ມ. ລາຍການ​ກໍ່​ຮຽກຮ້ອງ​ໃຫ້​ພະນັກງານ, ພາລະ​ກອນ, ກຳລັງ​ປະກອບ​ອາວຸດ, ບັນດາ​ອົງການ, ສ່ວນ​ບຸກຄົນ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ແຂວງ, ບັນດາ​ຊາວ ຮ່າ​ນາມ ທີ່​ພວມ​ດຳລົງ​ຊີວິດ ​ແລະ ຮໍ່າຮຽນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ສືບ​ຕໍ່ຮ່ວມ​​ແຮງ​ຮ່ວມ​ໃຈເພື່ອ​ບັນ​ເທົ່າ​ເຈັບ​ປວດ​ຈາກ​ທາດ​ພິດ​ສີ​ສົ້ມ​ເພື່ອ​ແບ່ງປັນ, ຊ່ວຍ​ເຫຼືອບັນດາຜູ້​ປະສົບເຄາະຮ້າຍຈາກທາດພິດສີສົ້ມ​ໃຫ້ບັນ​ເທົ່າ​ຄວາມທຸກ​ຍາກ, ​ເຈັບ​ປວດ ​ແລະ ບືນ​ຕົວ​ຂຶ້ນ​ໃນ​ຊີວິດ.

ຂ່າວ/ບົດ​ອື່ນ