ທ່ານນາງຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດ ກູບາ

(VOVWORLD) -  ຕອນບ່າຍວັນທີ 12 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງ ຕ່ອງທິຟ໊ອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດ ກູບາ ໂດຍທ່ານ Homero Acosta Alvarez, ເລຂາສະພາແຫ່ງລັດ ກູບາ ເປັນຫົວໜ້າຄະນະ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ
ທ່ານນາງຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດ ກູບາ - ảnh 1 ທ່ານນາງ ຕ່ອງທິຟ໊ອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ແລະ ທ່ານ Homero Acosta Alvarez, ເລຂາສະພາແຫ່ງລັດ ກູບາ (ພາບ: quochoi.vn)

        ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານນາງຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ຕ່ອງທິຟ໊ອງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຮູ້ບຸນຄຸນຕໍ່ການຊ່ວຍເຫຼືອຂອງ ກູບາ ໃນຊຸມປີຕໍ່ສູ້ປົດປ່ອຍປະເທດຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍຄື ໃນກິດຈະການສ້າງສາປະເທດຊາດໃນປັດຈຸບັນ. ນະທີ່ນີ້, ທ່ານນາງ ຕ່ອງທິຟ໊ອງ ກໍໄດ້ແບ່ງປັນກັບທ່ານ Homero Acosta Alvarez ຫຼາຍບັນຫາທີ່ກ່ຽວຂ້ອງເຖິງການຈັດຕັ້ງກົງຈັກລັດເວົ້າລວມ ແລະ ຂອງສະພາແຫ່ງຊາດເວົ້າສະເພາະ, ບົດບາດນໍາພາຂອງພັກ ພ້ອມດ້ວຍຫຼາຍເນື້ອໃນອື່ນໆອີກ ເຊິ່ງຄະນະຜູ້ແທນ ກູບາ ມີຄວາມສົນໃຈ.

        ສ່ວນທ່ານ Homero Acosta Alvarez ເລຂາສະພາແຫ່ງລັດ ກູບາ ເນັ້ນໜັກວ່າ ລັດຖະທໍາມະນູນ ຂອງ ຫວຽດນາມ ແລະ ລັດຖະທໍາມະນູນຂອງ ກູບາ ມີຫຼາຍຈຸດທີ່ຄ້າຍຄືກັນ ແລະ ທ່ານສະແດງຄວາມປາດຖະໜາຢາກຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງກົງຈັກລັດຂອງຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ