ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິນເງິນ
ເຂົ້າຮ່ວມພິທີມອບນ້ຳນົມໃຫ້ແກ່ເດັກນ້ອຍທຸກຍາກ
(ພາບ: kiengiang.gov.vn)
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ (27/07), ວັນທີ 22/07, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິນເງິນ ພ້ອມກັນການນຳແຂວງກຽນຢາງ ໄດ້ຖະຫວາຍທູບຖຽນຢູ່ສຸສານຮັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຢ້ຽມຢາມເຂດປູຊະນີຍະສະຖານຄຸກຟຸ໋ກ໋ວກ, ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍທີ່ດີເດັ່ນຢູ່ເມືອງເກາະຟຸ໋ກ໋ວກ (ແຂວງກຽນຢາງ). ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິນເງິນ ໄດ້ພ້ອມກັບທ່ານ ຢວານເມົ້າຢຽບ, ຮອງລັດຖຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ; ການນຳແຂວງ ກຽນຢາງ ເຂົ້າຮ່ວມພິທີມອບນ້ຳນົມ 40.000 ຈອກ ໃຫ້ແກ່ເດັກນ້ອຍທຸກຍາກ, ເດັກນ້ອຍໃນຄອບຄົວນະໂຍບາຍຢູ່ເມືອງເກາະຟຸ໋ກ໋ວກ.