ທ່ານນາຍົກລັດຖະມົນຕີມາເລເຊຍDato’ Sri Mohd Tun Razakຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
ທ່ານນາຍົກລັດຖະມົນຕີ Dato’ Sri Mohd Tun Razak
(ພາບປະກອບ)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ໋ນຢູ້ງ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Dato’ Sri Mohd Tun Razak ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 3/4 – 5/4/2014. ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ Dato’ Sri Mohd Tun Razak ແລະ ພັນລະຍາໄດ້ດຳເນີນໄປຢ່າງສົມກຽດໃນວັນທີ 4/5 ຢູ່ ຮ່າໂນ້ຍ. ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢູ້ງ ແລະ ທ່ານນາຍົກລັດຖະມົນຕີ Dato’ Sri Mohd Tun Razak ດຳເນີນການເຈລະຈາ, ແລກປ່ຽນບັນດາມາດຕະການເພື່ອເຮັດໃຫ້ສາຍພົວພັນສອງຝ່າຍເລີກເຊີ່ງກວ່າອີກ, ທິດທາງການຮ່ວມມືດ້ວຍຈຸດສຸມແມ່ນເສດຖະກິດ, ການຄ້າ, ການລົງທຶນ, ແຮງງານກໍ່ຄືແລກປ່ຽນບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງມີຄວາມສົນໃຈ.
ການຢ້ຽມຢາມຂອງຜູ້ນຳລັດຖະບານ ມາເລເຊຍ ດຳເນີນໄປໃນສະພາບສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງດີງາມ, ສອງປະເທດຫາກໍ່ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດສອງຝ່າຍ (1973 – 2013) ສຳເລັດຜົນ.