ທ່ານນາຍົກລັດຖະມົນຕີລາວ ທອງສິງທຳມະວົງຢ້ຽມຢາມຍີ່ປຸ່ນ
ນັກຂ່າວ VOV ປະຈຳລາວ -  
ທ່ານນາຍົກລັດຖະມົນຕີແຫ່ງສປປລາວ ທອງສິງທຳມະວົງ
(ພາບ: internet)
|
Vovworld- ທ່ານນາຍົກລັດຖະມົນຕີແຫ່ງສປປລາວ ທອງສິງທຳມະວົງ ຫາກໍທຳການຢ້ຽມຢາມຍີ່ປຸ່ນ. ໃນເວລາຢູ່ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີແຫ່ງສປປລາວ ທອງສິງທຳມະວົງໄດ້ມີບັນດາການພົບປະກັບປະທານສະພາສູງ ແລະ ສະພາຕ່ຳຍີ່ປຸ່ນ, ມີການເຈລະຈາກັບນາຍົກລັດຖະມົນຕີຍີ່ປຸ່ນ ກ່ຽວກັບບັນດາບັນຫາ 2 ຝ່າຍກໍຄືຫຼາຍຝ່າຍທີ່ 2 ຝ່າຍມີຄວາມສົນໃຈ. ທ່ານນາຍົກລັດຖະມົນຕີລາວ ທອງສິງທຳມະວົງຍັງເຂົ້າຮ່ວມບາງການເຄື່ອນໄຫວຂອງສະມາຄົມວິສາຫະກິດຂອງ 2 ປະເທດ ແລະ ສະມາຄົມມິດຕະພາບລາວ-ຍີ່ປຸ່ນ. ການນຳຂອງ 2 ປະເທດຕີລາຄາສູງການພົວພັນລະຫວ່າງລາວ ແລະ ຍີ່ປຸ່ນໃນໄລຍະທີ່ຜ່ານມາ. ການຢ້ຽມຢາມຍີ່ປຸ່ນຂອງ ທ່ານນາຍົກລັດຖະມົນຕີແຫ່ງສປປລາວ ທອງສິງທຳມະວົງຄັ້ງນີ້ ໄດ້ນຳມາເຊິ່ງກາລະໂອກາດຮ່ວມມືຈຳນວນໜຶ່ງໃຫ້ແກ່ວິສາຫະກິດຂອງ 2 ປະເທດ, ໃນນັ້ນມີສັນຍາບາງສະບັບໄດ້ຮັບການລົງນາມ.
ນັກຂ່າວ VOV ປະຈຳລາວ