ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບອະດີດລັດຖະມົນຕີປະສານງານນະໂຍບາຍສ.ເກົາຫຼີ

(VOVWORLD) -ຕອນບ່າຍວັນທີ 29 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານອະດີດລັດຖະມົນຕີປະສານງານນະໂຍບາຍສ.ເກົາຫຼີ Yoon Dae Hee.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບອະດີດລັດຖະມົນຕີປະສານງານນະໂຍບາຍສ.ເກົາຫຼີ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບອະດີດລັດຖະມົນຕີປະສານງານນະໂຍບາຍສ.ເກົາຫຼີ

(ພາບ: VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຊີ້ວ່າ, ໃນປະຈຸບັນວ່າ, ສ.ເກົາຫຼີ ໄດ້ກາຍເປັນໜຶ່ງໃນບັນດາຄູ່ຮ່ວມມືໃຫຍ່ ແລະ ສຳຄັນທີ່ສຸດຂອງຫວຽດນາມ ໃນຂົງເຂດລົງທຶນ ແລະ ການຄ້າ. ທ່ານນາຍົກລັດຖະມົນຕີກໍ່ຍົກອອກຄວາມສຳຄັນຂອງເລື່ອງຮ່ວມມືດ້ານພູມປັນຍາ, ເຕັກນິກ, ຖ່າຍທອດເຕັກໂນໂລຊີ… ໃນການລົງທຶນຂອງສ.ເກົາຫຼີ ເຂົ້າຫວຽດນາມ. ສະນັ້ນ, ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງການເຄື່ອນໄຫວຂອງທ່ານ Yoon Dae Hee ໃນການໜູນຊ່ວຍດ້ານເຕັກນິກ, ແບ່ງປັນພູມປັນຍາ, ບົດຮຽນຊ່ວຍເຫຼືອຫວຽດນາມ.

        ສ່ວນທ່ານອະດີດລັດຖະມົນຕີປະສານງານນະໂຍບາຍສ.ເກົາຫຼີ Yoon Dae Hee ໃຫ້ຮູ້ວ່າ, ທ່ານໄດ້ສຸດຈິດສຸດໃຈກັບການຮ່ວມລະຫວ່າງ       ກັບລັດຖະບານ, ບັນດາກະຊວງ, ຂະແໜງການຂອງຫວຽດນາມ ເພື່ອຊອກຫາທິດທາງພັດທະນາເສດຖະກິດໃຫ້ແກ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ