ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 12 ກັນຍາ ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ເອກອັກຄະລັດຖະທູດ ຍີ່ປຸນ ປະຈຳຫວຽດນາມ Kuinio Umeda. 
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານເອກອັກຄະລັດຖະທູດ ຍີ່ປຸນ ປະຈຳ       ຫວຽດນາມ Kuinio Umeda. 

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນລະຫວ່າງສອງປະເທດ ນັບມື້ນັບພັດທະນາອັນດີງາມ, ເຂົ້າສູ່ລວງເລິກ, ຫັນການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ ລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໃຫ້ເປັນລະອຽດ. ນັບມື້ນັບມີຫລາຍນັກລົງທຶນຍີ່ປຸ່ນ ສົນໃຈເຖິງຕະຫລາດຫວຽດນາມ, ໃນນັ້ນ ມີບັນດາໂຄງການໃນຂົງເຂດທະນາຄານ, ພື້ນຖານໂຄງລ່າງ, ນຳມເຊິ່ງຜົນປະໂຫຍດໃຫ້ວິສາຫະກິດສອງປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງການສົມທົບຂອງສະຖານທູດ ຍີ່ປຸນ ແລະ ທ່ານເອກອັກຄະລັດຖະທູດໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ.

ສ່ວນທ່ານ ເອກອັກຄະລັດຖະທູດ ຍີ່ປຸ່ນ ໃຫ້ຮູ້ວ່າ: ມີຫລາຍນັກລົງທຶນຍີ່ປຸ່ນ ສົນໃຈຢາກລົງທຶນຢູ່ຫວຽດນາມ ແລະ ສະເຫນີ ບັນດາອົງການກ່ຽວຂອງສອງປະເທດ ສືບຕໍ່ສ້າງທຸກເງື່ອນໄຂສະດວກທີ່ສຸດເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາວິສາຫະກິດ. 

ຕອບກັບ

ຂ່າວ/ບົດ​ອື່ນ