ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກມອບຂອງຂວັນບຸນເຕັດໃຫ້ຜູ້ທຸກຍາກແລະກຳມະກອນຢູ່ແຂວງດັກລັກ

(VOVWORLD) -ຕອນບ່າຍວັນທີ 8 ກຸມພາ, ຢູ່ ແຂວງ ດັກລັກ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ລົງອວຍພອນບຸນເຕັດ ແລະ ມອບຂອງຂວັນໃຫ້ຜູ້ທຸກຍາກ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ກຳມະກອນປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ດັກລັກ.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກມອບຂອງຂວັນບຸນເຕັດໃຫ້ຜູ້ທຸກຍາກແລະກຳມະກອນຢູ່ແຂວງດັກລັກ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢື້ຢາມຖາມຂ່າວກຳມະກອນ

ກ່າວຄຳເຫັນນະທີ່ນີ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງອົງການກຳມະບານໃນບໍລິເວນແຂວງ ໄດ້ກຳແຫນ້ນສະພາບການຊີວິດການເປັນຢູ່ຂອງກຳມະກອນຢູ່ທ້ອງຖິ່ນເປັນຢ່າງດີ ແລະ ມີມາດຕະການຫນູນຊ່ວຍບຸນເຕັດໃຫ້ກຳມະກອນ. ທ່ານນາຍົກລັດຖະມົນຕີ ສະເຫນີ: ການນຳແຂວງ ດັກລັກ ຕິດມີຄວາມໃກ້ຊິດຕິດແທດ, ເອົາໃຈໃສ່ເຖິງກຳມະກອນກວ່າອີກ, ເປັນຕົ້ນຜູ້ປະສົບກັບຄວາມຫຍຸ້ງຍາກ, ມີເງິນເດືອນຕ່ຳ, ຜູ້ເຈັບເປັນ.

 

ຕອບກັບ

ຂ່າວ/ບົດ​ອື່ນ