ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງກວດກາການຕໍ່ກຳປັ່ນລູກສອນໄຟ
ພາບ:chinhphu.vn
|
(vovworld)-ຕອນບ່າຍວັນທີ 6/12 ຢູ່ ນະຄອນ ໂຮ່ຈິມີນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບໍລິສັດໃຫຍ່ ບາຊອນ ແລະ ກວດກາຄວາມຄືບຫນ້າການຕໍ່ກຳປັ່ນໃຫມ່ບັນດາກຳປັ່ນລູກສອນໄຟ 12418 ໃຫ້ແກ່ເຫລົ່າທັບເຮືອ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ຍ້ອງຍໍສັນລະເສີນ, ຕີລາຄາສູງ ເລື່ອງພະນັກງານ, ນັກຮົບ, ກຳມະກອນບໍລິສັດໃຫຍ່ ບາຊອນ ໄດ້ຕໍ່ສຳເລັດກຳປັ່ນລູກສອນໄຟ 12418, ບໍ່ພຽງແຕ່ຕອບສະຫນອງຄວາມຮຽກຮ້ອງຕ້ອງການການປົກປັກຮັກສາເຂດທະເລ, ເຂດນ່ານຟ້າຂອງປະເທດຊາດ ເທົ່ານັ້ນ ຫາກເປັນເຈົ້າໃນຂົງເຂດເຕັກໂນໂລຊີເຕັກນິກການທະຫານທີ່ກ້າວຫນ້າເທື່ອລະກ້າວອີກດ້ວຍ. ນີ້ແມ່ນບາດກ້າວກະໂດດຂັ້ນຂອງຂະແຫນງອຸດສາຫະກຳປ້ອງກັນຊາດໃນການຕໍ່ກຳປັ່ນຮົບ, ກຳປັ່ນລູກສອນໄຟທີ່ທັນສະໄຫມດ້ວຍຕົນເອງ.