ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ເຮັດວຽກກັບການນຳແຂວງຢາລາຍ

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ເຮັດວຽກກັບການນຳແຂວງຢາລາຍ - ảnh 1
ນະຄອນ​ປ​ໄລ​ກູ-ຢາ​ລາຍ

(ພາບ: thanhtravietnam.vn)

(vovworld)- ຕອນ​ບ່າຍ​ວັນ​ທີ 12/4, ຢູ່​ນະຄອນ​ປ​ໄລ​ກູ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ພ້ອມ​ດ້ວຍ​ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງຂອງ​ແຂວງ​ຢາ​ລາຍ ກ່ຽວ​ກັບ​ໝາກຜົນ ​ແລະ ການ​ກຳນົດ​ທິດ​ທາງ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖິ່ນ ​ແລະ ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຂໍ້​ຕັດ​ຂັດ​ຈຳນວນ​ໜຶ່ງ​ໃນ​ວິວັດ​ການ​ພັດທະນາ​ຂອງ​ແຂວງ. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ຮຽກຮ້ອງ​ໃຫ້​ແຂວງ​ຢາ​ລາຍ ຈົ່ງ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຜະລິດ ດຳ​ເນີນ​ທຸລະ​ກິດ​ດ້ວຍ​ບັນດາ​ວຽກ​ງານ​ລະອຽດ:

   “ຂ້າພະ​ເຈົ້າສະ​ເໜີ​ໃຫ້​ບັນດາ​ສະຫາຍ​ຈົ່ງ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ, ການ​ຜະລິດ, ການ​ດຳ​ເນີ​ນທຸລະ​ກິດ ​ແລະ ​ໃຫ້​ແຕ່​ລະ​ຄອບຄົວ. ປະຈຸ​ບັນ, ພວກ​ເຮົາພວມ​ປະສົບ​ກັບ​ໄພ​ແຫ້ງ​ແລ້ງ, ຄວາມ​ເສຍ​ຫາຍ​ຫຼາຍ​ຢ່າງ…ສ່ວນ​ວິ​ສາ​ຫະກິດ​ຍັງ​ມີ​ສິນຄ້າ​ຄ້າງ​ສາງ, ໜີ້​ເສຍ…​ທາງ​ສູນ​ກາງ​ກໍ່​ມີ​ຄວາມ​ມານະ​ພະຍາຍາມ​ເພື່ອ​ໃຫ້​ບັນດາ​ນະ​ໂຍບາຍ​ບໍລິຫານ​ມະຫາ​ພາກ​ໃຫ້​ເໝາະ​ສົມ

ຂ່າວ/ບົດ​ອື່ນ